ຜົນການຢັ່ງປະຊາມະຕິສະແດງໃຫ້ເຫັນວ່າ: ປະຊາຊົນອາເມຣິກາປະມານ 70%ບໍ່ຫວັງຢາກໃຫ້ທ່ານໂຈ ໄບເດັນແຂ່ງຂັນເລືອກຕັ້ງປະທານາທິບໍດີອາເມຣິກາອີກວາລະໜຶ່ງ

2022-07-03 13:00:54 CRI


     ຜົນການຢັ່ງປະຊາມະຕິຫຼ້າສຸດຂອງ CAPS-Harris ມະຫາວິທະຍາໄລຮາເວີດສະແດງໃຫ້ເຫັນວ່າ, ປະຊາຊົນອາເມຣິກາທີ່ໃຫ້ສຳພາດ 71%ເຫັນວ່າ, ທ່ານໂຈ ໄບເດັນບໍ່ຄວນແຂ່ງຂັນເລືອກຕັ້ງປະທານາທິບໍດີອາເມຣິກາອີກ.

 

ເມື່ອເວົ້າເຖິງສາເຫດ, ຜູ້ໃຫ້ສຳພາດ 45%ເຫັນວ່າ ທ່ານໂຈ ໄບເດັນເປັນປະທານາທິບໍດີທີ່ “ຂີ້ຮ້າຍ”, ປະມານ 1ສ່ວນ 3 ເຫັນວ່າ ເພິ່ນອາຍຸສູງເກີນໄປ, 1 ສ່ວນ 4 ກ່າວວ່າ ຄວນມີການປ່ຽນແປງໃນປັດຈຸບັນນີ້.

 

ຜົນການຢັ່ງປະຊາມະຕິຂອງສະຖາບັນເອເມີຊັນສະແດງໃຫ້ເຫັນວ່າ, ຖ້າຈັດການແຂ່ງຂັນຮັບເລືອກຕັ້ງປະທານາທິບໍດີອາເມຣິກາອີກເທື່ອໜຶ່ງເມື່ອປີ 2024, ທ່ານໂດນັນ ທຣຳຈະໄດ້ຮັບອັດຕາການສະໜັບສະໜູນ 44% ເຊິ່ງຈະນຳໜ້າທ່ານໂຈ ໄບເດັນທີ່ມີອັດຕາການສະໜັບສະໜູນ 39%.

 

ກ່ອນໜ້ານີ້, ນາງແຄຣິນ ເຈນ ປີເອວ ໂຄສົກທຳນຽບຂາວກ່າວວ່າ, ທ່ານໂຈໄບເດັນຈະເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີອີກວາລະໜຶ່ງ. ສ່ວນທ່ານໂດນັນ ທຣຳກໍໄດ້ແຍ້ມໃຫ້ຮູ້ຫຼາຍເທື່ອວ່າ ອາດຈະເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີເມື່ອປີ 2024.