ທ່ານປູຕິນສ່ັງໃຫ້ສ້າງຕັ້ງບໍລິສັດທຸລະກິດໂຄງການພະລັງງານແຫ່ງໃໝ່ ຍີ່ປຸ່ນເປັນຫ່ວງຈະໄດ້ຮັບຄວາມເສຍຫາຍດ້ານຜົນປະໂຫຍດ

2022-07-03 13:39:55 cri


ວັນທີ 30 ມິຖຸນາແລ້ວນີ້,ທ່ານວະຣາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ ເຊັນດຳລັດເພື່ອສ້າງຕັ້ງບໍລິສັດໃໝ່ທີ່ຮັບຜິດຊອບການທຸລະກິດໂຄງການຮ່ວມມື ພັດທະນາລັງງານ ຊັັກຮາລິນ-2,ນັກລົງທຶນຕ່າງປະເທດທີ່ມີມາແຕ່ເດີມຈະ ສາມາດສືບຕໍ່ຖືຫຸ້ນໄດ້ຫຼືບໍ່ນັ້ນແມ່ນຝ່າຍຣັດເຊຍເປັນຜູ້ຕົກລົງ.ວັນທີ 1 ກໍລະ ກົດນີ້,ສື່ມວນຊົນຍີ່ປຸ່ນໄດ້ລາຍງານຂ່າວວ່າ,ວິສາຫະກິດຍີ່ປຸ່ນສອງແຫ່ງທີ່ຖືຫຸ້ນ ອາດຈະຖືກບັງຄັບຖອນຕົວອອກເຊິ່ງອາດຈະຊຸກຍູ້ໃຫ້ລາຄາອາຍແກັດສທຳມະຊາດແລະລາຄາພະລັງງານໄຟຟ້າຍີ່ປຸ່ນສູງຂຶ້ນຕື່ມອີກ.



ອາຍແກັດສທຳມະຊາດແບບທາດແຫຼວຂອງຍີປຸ່ນມີປະມານ 9%ແມ່ນນຳເຂົ້າ ມາຈາກຣັດເຊຍເຊິ່ງເກືອບທັງໝົດແມ່ນມາກຈາກໂຄງການຊັັກຮາລິນ-2.


ຝ່າຍຣັດເຊຍກ່າວວ່າ,ດຳລັດສະບັບໃໝ່ນີ້ມີຈຸດປະສົງເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດຂອງຣັດເຊຍເພື່ອບໍ່ໃຫ້ຖືກທຳລາຍຈາກ ການກະທຳທີ່ບໍ່ເປັນມິດ ຂອງປະເທດຕາເວັນຕົກເຊັ່ນອາເມຣິກາເປັນຕົ້ນ.ນັບຕັ້ງແຕ່ຣັດເຊຍດຳເນີນການເຄື່ອນໄຫວທາງການທະຫານພິເສດຕໍ່ອູແກຣນໃນທ້າຍເດືອນກຸມພາມານີ້,ຍີ່ປຸ່ນໄດ້ຕິດຕາມອາເມຣິກາ-ເອີຣົບແລະປະເທດອື່ນໆໂດຍປະຕິບັດການລົງໂທດ ຣັດເຊຍແລະຖືກຣັດເຊຍຈັດເຂົ້າເປັນ “ປະເທດທີ່ບໍ່ເປັນມິດ”.