ທ່ານສີຈີ້ນຜິງສົ່ງສານອວຍພອນຕໍ່ເວທີປຶກສາຫາລືຂັ້ນສູງສື່ມວນຊົນຄັງປັນຍາທີ່ມີຫົວຂໍ້ວ່າ “ການພັດທະນາທົ່ວໂລກ: ພາລະກຳຮ່ວມ ແລະ ມູນຄ່າການປະຕິບັດງານ”

2022-07-04 21:58:18 cri

    ວັນທີ 4 ກໍລະກົດນີ້, ທ່ານສີຈີ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານອວຍພອນຕໍ່ເວທີປຶກສາຫາລືຂັ້ນສູງສື່ມວນຊົນຄັງປັນຍາ ທີ່ມີຫົວຂໍ້ວ່າ “ການພັດທະນາທົ່ວໂລກ: ພາລະກຳຮ່ວມ ແລະ ມູນຄ່າການປະຕິບັດງານ”.

     ທ່ານສີຈີ້ນຜິງກ່າວເນັ້ນໜັກວ່າ, ປັດຈຸບັນ, ການປ່ຽນແປງຂອງສະຖານະການໃນຮອບຮ້ອຍປີ ແລະ ການແຜ່ລະບາດຂອງພະຍາດໂຄວິດ 19 ໃນຮອບສະຕະວັດຂອງໂລກໄດ້ຢອງຢູ່ນໍາກັນ, ການຟື້ນຟູເສດຖະກິດໂລກແມ່ນຢູ່ໃນໄລຍະອ່ອນແອທີ່ສຸດ, ຄວາມຫຼຸດໂຕນກັນດ້ານການພັດທະນາລະຫວ່າງເໜືອໃຕ້ ແມ່ນເພິ່ມຫຼາຍຂຶ້ນຕື່ມອີກ, ໂລກໄດ້ເຂົ້າສູ່ໄລຍະປັ່ນປ່ວນ ແລະ ປະຕິວັດໃໝ່, ການຊຸກຍູ້ທົ່ວໂລກໃຫ້ພັດທະນາ ໄດ້ກາຍເປັນຫົວຂໍ້ສຳຄັນທີ່ມວນມະນຸດພວມຜະເຊີນໜ້າ.  ຕໍ່ກັບເລື່ອງນີ້, ຈີນໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ຈີນຍິນດີຮ່ວມກັບປະເທດຕ່າງໆຢູ່ໃນໂລກ, ຍຶດໝັ້ນຖືປະຊາຊົນເປັນໃຈກາງ, ຍຶດໝັ້ນການສ້າງຜົນປະໂຫຍດໃຫ້ທົ່ວເຖິງ ການກວມລວມ ການຂັບເຄື່ອນດ້ວຍຫົວຄິດປະດິດສ້າງ ແລະ ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ຊຸກຍູ້ການຈັດວາງການພັດທະນາເປັນຫົວຂໍ້ທີ່ຈະຫາລືກ່ອນໃນສາກົນ, ເລັ່ງລັດການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ, ຊຸກຍູ້ໃຫ້ບັນລຸການພັດທະນາ ທີ່ແຂງແຮງ, ສີຂຽວ ແລະ ປອດໄສກວ່າເກົ່າໃນທົ່ວໂລກ.

      ເວທີປຶກສາຫາລືຂັ້ນສູງສື່ມວນຊົນຄັງປັນຍາທີ່ມີຫົວຂໍ້ວ່າ “ການພັດທະນາທົ່ວໂລກ: ພາລະກຳຮ່ວມ ແລະ ມູນຄ່າການປະຕິບັດງານ” ຈັດຂຶ້ນຢູ່ນະຄອນຫຼວງ

ປັກກິ່ງໃນວັນທີ 4 ກໍລະກົດນີ້, ອຸປະຖຳໂດຍຫ້ອງການຖະແຫຼງຂ່າວລັດຖະບານຈີນເປັນຜູ້ຈັດຕັ້ງ, ຮ່ວມກັນຈັດຂຶ້ນໂດຍສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າການພັດທະນາຂອງລັດຖະບານ ແລະ ສະຖານີວິທະຍຸໂທລະພາບສູນກາງຈີນ.