ປະກາດບົດລາຍງານການຄົ້ນຄວ້າເປັນເອກະລາດທີ່ພາດຫົວເລື່ອງວ່າ “ຄວາມເປັນຈິງກ່ຽວກັບປະຊາຊົນເຜົ່າຕ່າງໆເຂດຊິ່ນຈ່ຽງອອກແຮງງານຢ່າງມີກຽດ” ໃນມື້ນີ້

2022-07-04 16:32:13 CRI

    ວັນທີ 4 ກໍລະກົດນີ້, ເວັບໄຊມະຫາວິທະຍາໄລຊິ່ນຈ່ຽງໄດ້ພິມບົດລາຍງານການຄົ້ນຄວ້າເປັນເອກະລາດທີ່ພາດຫົວເລື່ອງວ່າ“ຄວາມຈິງກ່ຽວກັບປະຊາຊົນເຜົ່າຕ່າງໆເຂດຊິ່ນຈ່ຽງອອກແຮງງານຢ່າງມີກຽດ” ສະບັບພາສາຈີນ ແລະ ອັງກິດ. ໜ່ວຍງານການຄົ້ນຄວ້າໄດ້ສຳຫຼວດກັບທີ່, ໂດຍຜ່ານການອະທິບາຍທິດສະດີ, ການຍົກແບບຢ່າງຄວາມຈິງ ແລະ ການວິເຄາະລາຍລະອຽດ, ສ່ອງແສງໃຫ້ເຫັນສະພາບຄວາມເປັນຈິງການອອກແຮງງານຂອງປະຊາຊົນເຜົ່າຕ່າງໆເຂດຊິ່ນຈ່ຽງຂອງຈີນຢ່າງພາວະວິໄສ.

 

    ບົດລາຍງານຊີ້ໃຫ້ເຫັນວ່າ, ການອອກແຮງງານຂອງປະຊາຊົນເຜົ່າຕ່າງໆເຂດຊິ່ນຈ່ຽງແມ່ນການກະທຳທີ່ເປັນເຈົ້າການ ແລະ ຕາມຄວາມສະໝັກໃຈ, ສອດຄ່ອງກັບທ່ວງທ່າຕ້ອງເປັນໄປ ແລະ ຂະບວນການທຳມະຊາດຂອງການພັດທະນາທີ່ທັນສະໄໝທາງສັງຄົມ,ປະຊາຊົນເຜົ່າຕ່າງໆຂອງຊິ່ນຈ່ຽງໂດຍຜ່ານການອອກແຮງງານຄ່ອຍໆສະແດງອອກການພັດທະນາ ແລະ ຄວາມກ້າວໜ້າຕາມຄວາມສາມາດຂອງຕົນ.