ຄຳປາໄສອັນສຳຄັນຂອງທ່ານສີຈີ້ນຜິງໄດ້ຮັບສຽງຕອບຮັບຢ່າງຟົດຟື້ນຈາກວົງການຕ່າງໆຂອງຮົງກົງ ແລະ ມາເກົ໊າ

2022-07-04 12:07:23 CRI

    ບຸກຄົນຈາກວົງການຕ່າງໆຂອງຮົງກົງ ແລະ ມາເກົ໊າກ່າວວ່າ,ຄຳປາໄສອັນສຳຄັນຂອງທ່າປະທານສີຈີ້ນຜິງໃນພິທີສະຫຼອງຮົງກົງກັບຄືນປະເທດຊາດຄົບຮອບ 25 ປີ ແລະ ພິທີອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດທີ 6ຂຶ້ນຮັບຕຳແໜ່ງໄດ້ເຮັດໃຫ້ສັງຄົມຮົງກົງຮູ້ສຶກມີຄວາມອົບອຸ່ນ ແລະ ຄວາມກະຕືລືລົ້ນທີ່ສຸດ, ໄດ້ຊີ້ທິດໃຫ້ພາລະກິດ“ປະເທດດຽວສອງລະບອບ” ໃນຍຸກສະໄໝໃໝ່ເດີນໄປຂ້າງຫນ້າໃນໄລຍະຍາວຢ່າງຫມັ້ນທ່ຽງ.



    ທ່ານປາວ ຈັນໂມໂປ ຫົວໜ້າພະແນກການເງິນອົງການປົກຄອງເຂດບໍລິຫານພິເສດຮົງກົງກ່າວວ່າ: ທ່ານປະທານສີຈີ້ນຜິເວົ້າວ່າ, “ປເທດດຽວສອງລະບອບ” ເປັນລະບອບທີ່ດີ, ເຮັດໃຫ້ຮົງກົງມີທ່າແຮງດ້ານການແຂ່ງຂັນທີ່ດີງາມ ແລະ ສະພາບແວດລ້ອມດຳເນີນທຸລະກິດທີ່ດີງາມ, ຊາວຮົງກົງຖະນຸຖະໜອມຢ່າງຈິງໃຈ, ປເທດຊາດກໍ່ຖະນຸຖະໜອມຄືກັນ.



    ທ່ານອີວເທັງປີວ ສະມາຊິກສະພານິຕິບັນຍັດເຂດບໍລິຫານພິເສດມາເກົ໊າກ່າວວ່າ:ຄຳປາໄສຂອງທ່ານປະທານສີຈີ້ນຜິແມ່ນຫຼັກຖານຂັ້ນພື້ນຖານ ແລະ ຂໍ້ທິດຊີ້ນຳການກະທຳທີ່ພັດທະນາພາລະກິດ “ປເທດດຽວສອງລະບອບ” ຂອງມາເກົ໊າ, ທັງເຮັດໃຫ້ພວກເຮົາ ມີຄວາມໝັ້ນໃຈຕໍ່ລະບອບຕົນເອງຢ່າງເດັດດ່ຽວຍິ່ງຂຶ້ນ.


      ບຸກຄົນຈາກວົງການຕ່າງໆກ່າວວ່າ, ຈະຈື່ຈຳຄຳສັ່ງສອນຂອງທ່ານປະທານສີຈີ້ຜິເປັນຢ່າງດີ, ພະຍາຍາມກໍ່ສ້າງຮົງກົງ ເຊິ່ງແມ່ນບ້ານເມືອງຮ່ວມກັນນີ້ໃຫ້ດີ ແລະ ປະກອບສ່ວນເພື່ອເຮັດໃຫ້ການຟື້ນຟູຄວາມຈະເລີຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຄືນໃໝ່ນັ້ນປາກົດຜົນເປັນຈິງ.