ອັດຕາໄພເງິນເຟີ້ໃນເດືອນມິຖຸນາຂອງຟິລິບປິນເພີ່ມຂຶ້ນເຖິງ6,1%

2022-07-05 12:32:51 cri

   ວັນທີ5ກໍລະກົດນີ້,ອົງການສະຖິຕິແຫ່ງຊາດຟິລິບປິນແຈ້ງຂ່າວໃຫ້ຮູ້ວ່າ: ອັດຕາໄພເງິນເຟີ້ໃນເດືອນມິຖຸນາຜ່ານມາຂອງປະເທດຕົນໄດ້ເພີ່ມຂຶ້ນເຖິງ6,1%,ສ່ວນເດືອນພຶດສະພາຢູ່ໃນລະດັບ5,4%.ເນື່ອງຈາກບັນຫາອາຫານການກິນແລະຕົ້ນທຶນດ້ານການຂົນສົ່ງສູງຂຶ້ນເປັນສາເຫດຕົ້ນຕໍທີ່ເຮັດໃຫ້ລາຄາສິນຄ້າຈຳນວນຫຼາຍເພີ່ມຂຶ້ນ.

   ນອກນີ້ ອີງຕາມຂໍ້ມູນຈາກທະນາຄານກາງຟິລິບປິນສະແດງໃຫ້ເຫັນວ່າ: ລາຄານ້ຳມັນເຊື້ອໄຟຢູ່ທ້ອງຖິ່ນຕ່າງໆໄດ້ເພີ່ມຂຶ້ນເປັນເວລາຍາວນານແລະເງິນເປໂຊອ່ອນຄ່າ ຍັງເປັນປັດໄຈຕົ້ນຕໍທີ່ພາໃຫ້ເກີດໄພເງິນເຟີ້ໃນເດືອນມິຖຸນາຜ່ານມານີ້. ທະນາຄານກາງໄດ້ເພີ່ມອັດຕາດອກເບ້ຍ ເພື່ອສະກັດກັ້ນໄພເງິນເຟີ້ທີ່ສູງຂຶ້ນຢ່າງບໍ່ຢຸດຢັ້ງ.