ທ່ານລີວເຮີ້ລົມກັບລັດຖະມົນຕີກະຊວງການເງິນອາເມຣິກາຜ່ານທາງໂທລະສັບ

2022-07-05 12:28:30 cri

   ຕອນເຊົ້າວັນທີ5ກໍລະກົດນີ້,ທ່ານລີວເຮີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ,ຮອງນາຍົກລັດຖະມົນຕີໃນນາມເປັນຜູ້ຮັບຜິດຊອບຂອງຝ່າຍຈີນໃນການສົນທະນາດ້ານເສດຖະກິດຮອບດ້ານຈີນ-ອາເມຣິກາ ໄດ້ລົມກັບທ່ານນາງ ເຈັນເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາຜ່ານທາງໂທລະສັບຕາມການນັດໝາຍ.

   ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຢ່າງຕິດແທດຕົວຈິງແລະກົງໄປກົງມາກ່ຽວກັບສະຖານະການເສດຖະກິດມະຫາພາກ,ການຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງໃນທົ່ວໂລກ ລວມທັງຂໍ້ອື່ນໆ, ການແລກປ່ຽນດັ່ງກ່າວແມ່ນມີລັກສະນະສ້າງສັນ. ສອງຝ່າຍເຫັນວ່າ: ເສດຖະກິດໂລກໃນປັດຈຸບັນໄດ້ຜະເຊີນກັບສິ່ງທ້າທາຍທີ່ຂ້ຽວຂາດ, ການເພີ່ມທະວີການແລກປ່ຽນແລະປະສານສົມທົບກັນໃນດ້ານນະໂຍບາຍມະຫາພາກຈີນ-ອາເມຣິກາແມ່ນມີຄວາມໝາຍສຳຄັນ,ການທີ່ຮ່ວມກັນປົກປັກຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງໃນທົ່ວໂລກ ແມ່ນມີຜົນດີຕໍ່ຈີນແລະອາເມຣິກາ ກໍຄືທົ່ວໂລກ.

   ຝ່າຍຈີນໄດ້ສະແດງຄວາມເປັນຫ່ວງຕໍ່ບັນຫາຕ່າງໆ ເຊັ່ນ: ອາເມຣິກາຍົກເລີກເພີ່ມພາສີນຳເຂົ້າແລະການລົງໂທດໂດຍແນໃສ່ຈີນ, ການປະຕິບັດຕໍ່ວິສາຫະກິດຈີນຢ່າງຍຸດຕິທຳ ແລະອື່ນໆ. ສອງຝ່າຍເຫັນດີສືບຕໍ່ຮັກສາການສົນທະນາກັນແລະການແລກປ່ຽນກັນ.