ແຟັງລັງແລະຊູແອັດຢືນຢັນຄວາມປາຖະໜາທີ່ເຂົ້າເປັນສະມາຊິກກຸ່ມນາໂຕຢ່າງເປັນທາງການ

2022-07-05 13:31:22 CRI


    ວັນທີ 4 ກໍລະກົດນີ້, ທ່ານເປັກກາ ຮາວິສໂຕ ລັດຖະມົນຕີກະຊວງການຕ່າງປະເທດແຟັງລັງ, ທ່ານນາງອານ ລີນເດີ ລັດຖະມົນຕີກະຊວງການຕ່າງປະເທດຊູແອັດ ແລະ ທ່ານນາງເບັດຕີນາ ກາເດນແບັກ ຜູ້ຊ່ວຍເລຂາທິການໃຫຍ່ກຸ່ມນາໂຕໄດ້ສຳເລັດການເຈລະຈາຮອບສຸດທ້າຍກ່ຽວກັບສອງປະເທດເຂົ້າເປັນສະມາຊິກກຸ່ມນາໂຕຢູ່ສຳນັກງານໃຫຍ່ກຸ່ມນາໂຕທີ່ນະຄອນຫຼວງບຣູກແຊນຂອງແບກຊິນ, ເຊິ່ງແຟັງລັງ ແລະ ຊູແອັດຢືນຢັນວ່າຍິນດີເຂົ້າເປັນສະມາຊິກກຸ່ມນາໂຕ ແລະ ຈະແບກຫາບພັນທະໜ້າທີ່ທາງການເມືອງ, ກົດໝາຍ ແລະ ການທະຫານທີ່ນາໂຕກຳນົດໄວ້ຢ່າງເປັນທາງການ.


    ທ່ານເຈນສ ສະໂຕເທັນເບີກ ເລຂາທິການໃຫຍ່ກຸ່ມນາໂຕຈະເຊັນອະນຸສັນຍາກ່ຽວກັບແຟັງລັງ ແລະ ຊູແອດເຂົ້າເປັນສະມາຊິກກຸ່ມນາໂຕກັບທ່ານຮາວິສໂຕ ແລະ ທ່ານນາງລີນເດີຢ່າງເປັນທາງການໃນວັນທີ 5 ກໍລະກົດນີ້. ຫຼັງຈາກນັ້ນ,ອະນຸສັນຍາສະບັບນີ້ຈະສົ່ງໃຫ້ປະເທດສະມາຊິກຕ່າງໆຂອງນາໂຕເພື່ອໃຫ້ສັດຕະຍາບັນ.