ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມຂອງນັກຂ່າວກ່ຽວກັບການພົບປະກັນລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນກັບອາເມຣິກາ

2022-07-06 10:49:02 cri

ວັນທີ 5 ກໍລະກົດ 2022, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບການພົບປະກັນລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດຈີນກັບອາເມຣິກາທີ່ຈະຈັດຂຶ້ນຢູ່ເກາະບາຫຼີຂອງອິນໂດເນເຊຍ.

ມີນັກຂ່າວຖາມວ່າ: ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະພົບປະກັບທ່ານອັນໂຕນີ ບຣິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຫຼືບໍ່ ໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ 20 ປະເທດຫຼື G20 ?

ທ່ານຈ້າວລີ້ຈ່ຽນ ກ່າວວ່າ: ໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ G20, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມການພົບປະສອງຝ່າຍລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດກັບປະເທດທີ່ກ່ຽວຂ້ອງ ແລະຜູ້ຕາງໜ້າຂອງອົງການຈັດຕັ້ງລະດັບພາກພື້ນທີ່ສຳຄັນຕາມການນັດໝາຍ. ໂດຍຜ່ານການປຶກສາຫາລືລະຫວ່າງຈີນກັບອາເມຣິກາ, ໃນໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານຫວາງຢີ້ຈະພົບປະກັບທ່ານອັນໂຕນີ ບຣິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ, ສອງຝ່າຍຈະແລກປ່ຽນຄວາມເຫັນກ່ຽວກັບການພົວພັນລະຫວ່າງຈີນກັບອາເມຣິກາລວມທັງບັນຫາພາກພື້ນແລະສາກົນທີ່ສຳຄັນ.