“ເລຂາທິໜຶ່ງປະຈຳບ້ານ”ເປັນກຳລັງຫຼັກແຫຼ່ງໃນການ​ຊຸກ​ຍູ້ພັດທະນາຊົນນະບົດຈີນໃຫ້ຈະເລີນຮຸ່ງເຮືອງ

2022-07-06 14:46:16 CRI


ຄຽງຄູ່ກັບປະເທດຈີນປະກາດຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບ ດ້ານ,ບວກກັບວຽກງານພັດທະນາຊົນນະບົດໃຫ້ຈະເລີນໄດ້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງແລ້ວ, ຄຳວ່່າ“ເລຂາທິໜຶ່ງປະຈຳບ້ານ”ໄດ້ກາຍເປັນຄຳສັບຈຸດສຸມທີ່ທົ່ວ ສັງຄົມຈີນໄດ້ເອົາໃຈໃສ່.“ເລຂາທິໜຶ່ງປະຈຳບ້ານ”ແມ່ນໝາຍເຖິງສະມາຊິກພັກຄອມມູນິດຈີນທີ່ເປັນພະນັກງານໜຸ່ມຫຼືພະ ນັກງານສຳຮອງທີ່ດີເດັ່ນຂອງອົງການພັກລັດທຸກຂັ້ນຫຼືພະນັກງານດີເດັ່ນຂອງລັດວິສາຫະກິດຫຼືຫົວໜ່ວຍວິຊາການທີ່ຖືກຄັດເລືອກແລະສົ່ງໄປຮັບຕຳແໜ່ງເປັນຜູ້ ຮັບຜິດຊອບອົງການຈັດຕັ້ງພັກປະຈຳບ້ານ.



 ຢູ່ປະເທດຈີນ,ເລຂາທິໜຶ່ງແມ່ນຈຸດຈັດຕັ້ງປະຕິບັດນະໂຍ ບາຍລຶບລ້າງ ຄວາມທຸກຍາກຂອງສູນກາງ,ທັງແມ່ນຈຸດຄ້ຳຊູຂອງການຊ່ວຍເຫຼືອຜູ້ທຸກຍາກໃຫ້ຖືກຕ້ອງກັບເປົ້າໝາຍ,ແລະຍັງແມ່ນກຳລັງແກນກາງທີ່ຕິດຕໍ່ພົວພັນລະຫວ່າງ ຂັ້ນ ເທິງກັບຂັ້ນລຸ່ມໃນວຽກງານຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ຖືກຕ້ອງກັບເປົ້າ ໝາຍ.ເລີ່ມແຕ່ປີ2013ທີ່ປະເທດຈີນໄດ້ຄັດເລືອກແລະສົ່ງເລຂາທິໜຶ່ງແລະໜ່ວຍ ງານໄປປະຈຳຢູ່ບ້ານທຸກຍາກ,ມາຮອດປີ2015ບ້ານທຸກຍາກແຕ່ລະບ້ານລ້ວນແຕ່ມີໜ່ວຍງານປະຈຳບ້ານ,ຄົວຄອບທຸກຍາກແຕ່ລະຄອບຄົວລ້ວນແຕ່ມີຜູ້ຮັບຜິດ ຊອບການຊ່ວຍເຫຼືອ.



ນັບມາຮອດທ້າຍປີ 2020, ທົ່ວປະເທດຈີນໄດ້ຄັດເລືອກແລະສົ່ງໜ່ວຍງານ 255.000 ໜ່ວຍ, ເລຂາທິໜຶ່ງແລະພະນັກງານ 3.000.000 ກວ່າຄົນ ໄປປະຈຳຢູ່ບ້ານ,ພວກເຂົາເຈົ້າເຫຼົ່ານີ້ໄດ້ສູ້ຊົນຢູ່ແນວໜ້າແຫ່ງການລຶບລ້າງຄວາມທຸກຍາກ ໂດຍຮ່ວມກັນກັບພະ ນັກງານຂັ້ນຕາແສງເກືອບ 2.000.000 ຄົນ ແລະພະນັງານໃນບ້ານຫຼາຍລ້ານຄົນ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ປະຊາກອນ ຈີນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຮັກສາຢູ່ໃນລະດັບຫຼາຍກວ່າ 10 ລ້ານຄົນມາເປັນເວລາ 7 ປີຕິດຕໍ່ກັນ. ຢູ່ເບື້ອງຫຼັງຜົນງານອັນພົ້ນເດັ່ນດັ່ງກ່າວນີ້ ແມ່ນພະນັກ ງານປະຈຳບ້ານແລະເລຂາທິໜຶ່ງຈຳນວນ 2.800.000 ກວ່່າຄົນໄດ້ຮ່ວມທຸກຮ່ວມສຸກ ແລະ ບາກບັ່ນສູ້ຊົນກັບປະຊາຊົນ.



ການເອົາຊະນະບັ້ນລຶບລ້າງຄວາມທຸກຍາກ,ພັດທະນາຊົນນະບົດໃຫ້ຈະເລີນ,ພະນັກງານຂັ້ນຕ່າງໆໂດຍສະເພາະແມ່ນພະນັກງານແນວໜ້າຮາກຖານແມ່ນມີ ຄວາມສຳຄັນທີ່ສຸດ.ໃນຂະບວນການລຶບລ້າງຄວາມທຸກຍາກ,ເລຂາທິໜຶ່ງປະຈຳ ບ້ານກໍ່ເໝືອນດັ່ງບາຫຼອດວັດແທກອຸນຫະພູມຂອງບ້ານທຸກຍາກ,ໄດ້ຕິດຕາມວັດ ແທກສະພາບການຂອງບ້ານທຸກຍາກແລະຄອບຄົວທຸກຍາກຕ່າງໆ,ຈາກນັ້ນແມ່ນໄດ້ເກັບກຳຂໍ້ມູນມືໜຶ່ງຂອງປະຊາຊົນທີ່ທຸກຍາກຢ່າງເປັນລະບົບ,ໄດ້ສ້າງເງື່ອນໄຂທີ່ສາມາດປະຕິບັດໄດ້ໃຫ້ແກ່ການປະຕິບັດການລຶບລ້າງຄວາມທຸກຍາກໃຫ້ຖືກ ຕ້ອງກັບເປົ້າໝາຍ.ໃນຂະບວນການສືບຕໍ່ພັດທະນາຊົນນະບົດໃຫ້ຈະເລີນ,ເລຂາທີໜຶ່ງກຳລັງກາຍເປັນກຳລັງແກນກາງແຫ່ງການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ.