ນາຍົກອັງກິດຈະລາອອກຈາກຕຳແໜ່ງປະທານພັກອະນຸລັກສິຍົມອັງກິດ

2022-07-07 17:17:50 cri

ວັນທີ 7 ກໍລະກົດ 2022 ຕາມເວລາທ້ອງຖິ່ນ, ທ່ານໂບຣີສ ຈອນສັນ ນາຍົກລັດຖະມົນຕີອັງກິດກ່າວວ່າ: ຕົນຈະລາອອກຈາກຕຳແໜ່ງປະທານພັກອະນຸລັກນິຍົມ, ແຕ່ຍັງຈະດຳລົງຕຳແໜ່ງນາຍົກລັດຖະມົນຕີຈົນຮອດລະດູໃບໄມ້ຫຼົ່ນປີນີ້.

ຕາມຂ່າວແຈ້ງວ່າ: ພັກອະນຸລັກນິຍົມຈະຈັດການເລືອກຕັ້ງປະທານພັກໃນລະດູຮ້ອນປີນີ້, ນາຍົກລັດຖະມົນຕີຄົນໃໝ່ຈະຂຶ້ນຮັບຕຳແໜ່ງໃນກອງປະຊຸມໃຫຍ່ພັກອະນຸລັກນິຍົມທີ່ຈະຈັດຂຶ້ນໃນເດືອນຕຸລາປີນີ້.