ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມ 20 ປະ​ເທດຕົ້ນຕໍຈະປຶກສາຫາລືບັນຫາລັດທິຫຼາຍຝ່າຍແລະວິກິດການສະບຽງອາຫານ

2022-07-07 15:02:58 cri

ກະຊວງການຕ່າງປະເທດອິນໂດເນເຊຍເປີດເຜີຍໃນວັນທີ 6 ກໍລະກົດ 2022 ວ່າ: ລະຫວ່າງວັນທີ 7 ຫາວັນທີ 8 ກໍລະກົດນີ້, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ 20 ປະເທດຫຼື G20 ຈະຈັດຂຶ້ນຢູ່ເກາະບາຫຼີ ໂດຍເນັ້ນໃສ່ຫົວຂໍ້: “ຮ່ວມກັນສ້າງໂລກທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຈະເລີນຮຸ່ນເຮືອງກວ່າເກົ່າ”, ກອງປະຊຸມຄັ້ງນີ້ຈະປຶກສາຫາລືຍຸດທະສາດໃນການທຳຄວາມພະຍາຍາມເພື່ອເຮັດໃຫ້ທົ່ວໂລກຟື້ນຕົວຄືນໃໝ່.

ກອງປະຊຸມຄັ້ງນີ້ລວມມີເນື້ອໃນສອງຢ່າງຄື: ໜຶ່ງ, ເພີ່ມທະວີລັດທິຫຼາຍຝ່າຍ, ກອງປະຊຸມຈະປຶກສາຫາລືການເພີ່ມທະວີມາດຕະການປະສົມຂອງການຮ່ວມມືທົ່ວໂລກ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະເທດຕ່າງໆ, ນີ້ຈະສ້າງສະພາບແວດລ້ອມທີ່ດີໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງໂລກ. ສອງແມ່ນປຶກສາຫາລືບັນຫາກ່ຽວກັບວິກິດການສະບຽງອາຫານ ແລະ ວິກິດການພະລັງງານ, ກອງປະຊຸມຈະປຶກສາຫາລືເຖິງມາດຕະການແກ້ໄຂວິກິດການສະບຽງອາຫານ, ການຂາດເຂີນປຸ໋ຍເຄມີ ແລະ ລາຄາສິນຄ້າຂອງໂລກທີ່ແພງຂຶ້ນ.