ຂະບວນການເດີນທາງສາຍໃໝ່ຂອງເຂົ້າໜຽວລາວ ເຊິ່ງເປັນສັກຂີພິຍານໃຫ້ໂອກາດການພັດທະນາໃໝ່ລະຫວ່າງຈີນກັບອາຊຽນ

2022-07-07 21:48:43 cri

ຫວ່າງກ່ອນນີ້ບໍ່ດົນ, ເຂົ້າໜຽວຂອງປະເທດລາວຕູ້ຄອນເທີເນີ 4 ຕູ້ໄດ້ຂຶ້ນລົດໄຟຂົນສົ່ງສິນຄ້າຢູ່ນະຄອນຫຼວງວຽງຈັນ ສປປ ລາວ ແລະຈະສົ່ງໄປເຖິງນະຄອນຈຸ່ງກິ່ງ ທາງພາກຕາເວັນຕົກຂອງຈີນພາຍໃນເວລາ 4 ວັນ ໂດຍຜ່ານທາງລົດໄຟລາວ-ຈີນ, ຈາກນັ້ນກໍຈະສົ່ງໄປສູ່ແຂວງອື່ນໆ ທາງພາກຕາເວັນຕົກຂອງຈີນອີກ. ເຂົ້າໜຽວງວດນີ້, ມີຈຳນວນໜຶ່ງໄດ້ຖືກປຸງແຕ່ງເປັນເຂົ້າໜົມ “ຈຸ້ງຈື” ໃນມື້ບຸນຕ່ວນອູຂອງຈີນ, ອີກຈຳນວນໜຶ່ງຖືກປຸງແຕ່ງເປັນເຂົ້າໜົມບົວລອຍ ແລະ ອາຫານອື່ນໆທີ່ມີເອກະລັກພິເສດຂອງຈີນ.

ນີ້ແມ່ນຂະບວນການເດີນທາງສາຍໃໝ່ຂອງເຂົ້າໜຽວຂອງລາວ ກ້າວເຂົ້າສູ່ຕະຫຼາດພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ ໂດຍຜ່ານທາງລົດໄຟລາວ-ຈີນເປັນຄັ້ງທຳອິດ. ເຂົ້າໜຽວຂອງລາວ ໄດ້ຮັບຄວາມນິຍົມຈາກຕະຫຼາດຈີນ ຍ້ອນມີກິ່ນຫອມ, ອ່ອນ ແລະ ໜຽວ. ແຕ່ຖ້າວ່າ ຂົນສົ່ງຕາມເສັ້ນທາງຂົນສົ່ງສິນຄ້າເກົ່າ, ເຂົ້າໜຽວຂອງປະເທດລາວຈະຕ້ອງສົ່ງໄປເຖິງທ່າເຮືອຂອງປະເທດໄທ ຫຼື ປະເທດຫວຽດນາມກ່ອນ, ແລ້ວສືບຕໍ່ສົ່ງໄປເຖິງຕົວເມືອງພາກຕາເວັນອອກຂອງຈີນ ໂດຍຜ່ານທາງທະເລ, ສຸດທ້າຍ ຈະຜ່ານແມ່ນ້ຳຢາງເຊ ຈຶ່ງສາມາດສົ່ງໄປເຖິງຕະຫຼາດ ພາກຕາເວັນຕົກສຽງໃຕ້ຂອງຈີນ ເຊິ່ງຕ້ອງໃຊ້ເວລາປະມານໜຶ່ງເດືອນ, ບໍ່ພຽງແຕ່ໃຊ້ເວລາດົນເທົ່ານັ້ນ ຍັງຕ້ອງຈ່າຍຄ່າຂົນສົ່ງສູງສົມຄວນອີກດ້ວຍ. ສະນັ້ນ, ຢູ່ຕະຫຼາດພາກຕາເວັນຕົກສຽງໃຕ້ຂອງຈີນ ຈຶ່ງບໍ່ຄ່ອຍມີເຂົ້າໜຽວຂອງປະເທດລາວຈຳໜ່າຍ.

ແຕ່ວ່າ ພາຍຫຼັງທາງລົດໄຟລາວ-ຈີນເປີດບໍລິການແລ້ວ, ໄລຍະເວລາຂົນສົ່ງສິນຄ້າໄດ້ຫຼຸດລົງເຫຼືອພຽງປະມານ 4 ວັນເທົ່ານັ້ນ. ນອກນີ້, ຄ່າຂົນສົ່ງຕູ້ຄອນເທນເນີແຕ່ລະຕູ້ສາມາດປະຢັດໄດ້ 200 ໂດລາສະຫະລັດ. ຄວາມສາມາດການແຂ່ງຂັນຂອງເຂົ້າໜຽວລາວໃນຕະຫຼາດຈີນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ສະນັ້ນ, ເຂົ້າໜຽວຂອງລາວ ຈຶ່ງໄດ້ພົບໂອກາດໃໝ່ທີ່ຈະແບ່ງປັນຜົນປະໂຫຍດຈາກຕະຫຼາດຂອງປະເທດຈີນໄດ້.

ສິນຄ້າທີ່ເປີດຂະບວນເດີນທາງສາຍໃໝ່ ບໍ່ພຽງແຕ່ແມ່ນເຂົ້າໜຽວຂອງລາວເທົ່ານັ້ນ ຍັງມີຜະລິດຕະພັນກະສິກຳ, ຢາງພາລາ, ປຸ໋ຍໂປຕາສ, ແຮ່ເຫຼັກ ແລະສິນຄ້າອື່ນໆ ໄດ້ຜ່ານທາງລົດໄຟລາວ-ຈີນຈາກປະເທດ ແລະ ເຂດແຄວ້ນອາຊຽນສົ່ງໄປປະເທດຈີນ; ສ່ວນອຸປະກອນການສື່ສານ, ເຄື່ອງໃຊ້ປະຈຳວັນ, ດອກໄມ້ສົດ, ຜັກສົດ, ອາຫານສັດ ແລະອື່ນໆຈາກປະເທດຈີນ ກໍໄດ້ຖືກຂົນສົ່ງຜ່ານທາງລົດໄຟຈີນ-ລາວມາເຖິງນະຄອນຫຼວງວຽງຈັນຂອງປະເທດລາວ ແລ້ວສືບຕໍ່ສົ່ງໄປປະເທດ ແລະ ເຂດແຄວ້ນໃນອາຊຽນ.

ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການໃນເດືອນມັງກອນປີນີ້, ຄວາມຕ້ອງການດ້ານການຂົນສົ່ງສິນຄ້າລະຫວ່າງຈີນກັບລາວນັບມື້ນັບເພີ່ມຂຶ້ນ. ສະຖານີລົດໄຟວຽງຈັນໃຕ້, ນາເຕີຍ, ວັງວຽງ, ຫຼວງພະບາງ, ໂພນໂຮງ ແລະສະຖານນີອື່ນໆ ໄດ້ເປີດວຽກງານຂົນສົ່ງສິນຄ້າຕາມລຳດັບ, ຕັ້ງໜ້າຄົ້ນຄວ້າຮູບແບບການຂົນສົ່ງສາກົນຕ່າງໆ ເຊັ່ນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະສົມກັບການຄ້າເອເລັກໂຕຣນິກຂ້າມຊາດ”, “ທາງລົດໄຟລາວ-ຈີນເຊື່ອມຈອດກັບຂະບວນລົດໄຟຈີນ-ເອີຣົບ”, “ທາງລົດໄຟລາວ-ຈີນເຊື່ອມຈອດກັບຂະບວນລົດໄຟຕາມຊ່ອງທາງໃໝ່ທາງທະເລ-ທາງບົກພາກຕາເວັນຕົກ” ເຊິ່ງໄດ້ເພີ່ມສີສັນໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ, ທັງໄດ້ຍົກສູງຄວາມສາມາດໃນການຂົນສົ່ງສິນຄ້າຂ້າມຊາດອີກດ້ວຍ.

ພາຍຫຼັງເປີດການນຳໃຊ້ຢ່າງເປັນທາງການເຄິ່ງປີມານີ້, ທາງລົດໄຟລາວ-ຈີນ ຂົນສົ່ງສິນຄ້າໄດ້ທັງໝົດ 4,03 ລ້ານໂຕນ, ໃນນັ້ນສິນຄ້າຂ້າມຊາດ 6,47 ແສນໂຕນ; ມີ 21 ແຂວງ ແລະ ກຳແພງນະຄອນຂອງປະເທດຈີນ ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດ ໂດຍຜ່ານທາງລົດໄຟລາວ-ຈີນ, ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 100 ກວ່າຊະນິດ, ສາມາດສົ່ງໄປເຖິງປາຍທາງໄດ້ປະມານ 10 ປະເທດ ແລະ ເຂດແຄວ້ນ ເຊັ່ນ ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະອື່ນໆ.

ທາງລົດໄຟລາວ-ຈີນໄດ້ສ້າງຊ່ອງທາງຂົນສົ່ງສິນຄ້າທີ່ສະດວກ ແລະ ມີປະສິດທິພາບສູງລະຫວ່າງຈີນກັບອາຊຽນ ເຊິ່ງເຮັດໃຫ້ເວລາແລະຕົ້ນທຶນການຂົນສົ່ງສິນຄ້າໄດ້ຫຼຸດລົງຢ່າງຫຼວງຫຼາຍ, ໄດ້ກາຍເປັນເສັ້ນທາງສາຍຄຳດ້ານການຂົນສົ່ງສິນຄ້າສາກົນ ເຊິ່ງບໍ່ພຽງແຕ່ສາມາດຕອບສະໜອງທັນກັບຄວາມຕ້ອງການຂອງຜູ້ບໍລິໂພກ ຍັງສາມາດສ້າງໂອກາດການພັດທະນາໃໝ່ໃຫ້ແກ່ປະເທດ ແລະ ເຂດແຄວ້ນທີ່ຢູ່ລຽບຕາມທາງລົດໄຟສາຍນີ້ອີກດ້ວຍ.