ຜູ້ອຳນວຍການໃຫຍ່ IMF ກ່າວວ່າ: ບໍ່ປະຕິເສດຄວາມອາດເປັນໄປໄດ້ທີ່ເສດຖະກິດໂລກຈະຊຸດໂຊມລົງໃນປີໜ້າ

2022-07-07 15:33:42 cri

ອີງຕາມຂ່າວສານຣອຍເຕີຂອງອັງກິດລາຍງານວ່າ: ວັນທີ 6 ກໍລະກົດນີ້, ທ່ານນາງຄຣິສຕາລິນາ ຈໍຈີວາ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ກ່າວວ່າ: ນັບແຕ່ເດືອນເມສາປີ 2022 ນີ້ເປັນຕົ້ນມາ, ອະນາຄົດຂອງເສດຖະກິດໂລກ “ມີຄວາມມືດມົນເພີ່ມຂຶ້ນຢ່າງຈະແຈ້ງ”. ຍ້ອນຄວາມສ່ຽງເພີ່ມຂຶ້ນ ຈຶ່ງບໍ່ສາມາດປະຕິເສດຄວາມອາດເປັນໄປໄດ້ທີ່ເສດຖະກິດໂລກຈະຊຸດໂຊມລົງໃນປີໜ້າ.

ທ່ານນາງຄຣິສຕາລິນາ ຈໍຈີວາ ກ່າວຕື່ມວ່າ: IMF ຈະປັບຫຼຸດຕົວເລກຄາດຄະເນການເຕີບໂຕຂອງເສດຖະກິດໂລກໃນປີ 2022 ລົງເປັນ 3,6% ໃນອີກບໍ່ເທົ່າໃດອາທິດຕໍ່ໜ້ານີ້, ປັດຈຸບັນ, ນັກເສດຖະສາດຂອງ IMF ຍັງສືບຕໍ່ພິຈາລະນາການຄາດຄະເນໃໝ່ຢູ່.