ຈຳນວນຖືຄອງກຳມະສິດລົດພະລັງງານໃໝ່ຂອງຈີນມີຫຼາຍກວ່າ 10 ລ້ານຄັນ

2022-07-07 11:05:48 CRI

ກະຊວງປ້ອງກັນຄວາມສະຫງົບຈີນເປີດເຜີຍໃນວັນທີ 6 ກໍລະກົດນີ້ວ່າ, ນັບມາຮອດທ້າຍເດືອນມິຖຸນາປີ 2022, ຈຳນວນຖືຄອງກຳມະສິດລົດໃນທົ່ວປະເທດຈີນມີຫຼາຍກວ່າ 406 ລ້ານຄັນ, ໃນນັ້ນ, ລົດທີ່ໃຊ້ນ້ຳມັນມີ 310 ລ້ານຄັນ ແລະ ລົດທີ່ໃຊ້ພະລັງງານໃໝ່ມີ 10 ລ້ານຄັນ; ຜູ້ຂັບລົດມີ 492 ລ້ານຄົນ, ໃນນັ້ນ, ຜູ້ຂັບລົດທີ່ໃຊ້ນ້ຳມັນມີ 454 ລ້ານຄົນ.

ນັບມາຮອດທ້າຍເດືອນມິຖຸນາຜ່ານມານີ້, ຈຳນວນຖືຄອງກຳມະສິດລົດພະລັງງານໃໝ່ຂອງຈີນມີເຖິງ 10 ລ້ານກວ່າຄັນ, ກວມເອົາ 3,23% ຂອງຍອດຈຳນວນລົດ. ໃນນັ້ນ, ລົດພະລັງງານເບັດເຕີຣີມີ 8,1 ລ້ານກວ່າຄັນ, ກວມ 80,93% ຂອງຍອດຈຳນວນລົດພະລັງງານໃໝ່. ລົດພະລັງງານໃໝ່ທີ່ຂຶ້ນທະບຽນໃໝ່ໃນຫົກເດືອນຕົ້ນປີນີ້ມີເຖິງ 2,2 ລ້ານກວ່າຄັນ, ເພີ່ມຂຶຶ້ນ 1,1 ລ້ານກວ່າຄັນ ຫຼື 100,26% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.