ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດກອງປະຊຸມຖະແຫຼງຂ່າວແນະນຳຜົນງານແກ້ໄຂບັນຫາສິ່ງແວດລ້ອມ

2022-07-07 15:01:57 cri


ວັນທີ 6 ກໍລະກົດ 2022, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແນະນຳຄວາມຄືບໜ້າທີ່ໄດ້ຮັບໃນດ້ານການຕິດຕາມກວດກາການອະນຸລັກສິ່ງແວດລ້ອມຊີວະພາບ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງນິເວດວິທະຍາແລະສິ່ງແວດລ້ອມຈີນກ່າວວ່າ: ນັບແຕ່ສູນກາງຈີນໄດ້ເລີ່ມປະຕິບັດວຽກງານຕິດຕາມກວດກາການອະນຸລັກສິ່ງແວດລ້ອມເປັນເວລາ 7 ປີມານີ້, ໄດ້ອອກແຮງແກ້ໄຂບັນຫາດ້ວຍຄວາມຮັບຜິດຊອບສູງແຕ່ຕົ້ນຕະຫຼອດປາຍ, ເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງດ້ວຍການຕິດຕາມກວດກາ. ໂດຍຜ່ານການຕິດຕາມກວດກາຈາກສູນກາງ, ປັດຈຸບັນຢູ່ 11 ແຂວງ ແລະ ກຳແພງນະຄອນໃນແລວເສດຖະກິດແມ່ນ້ຳຢາງເຊ ລວມແລ້ວໄດ້ຟື້ນຟູຕາຝັ່ງແມ່ນ້ຳຢາງເຊ 457 ກິໂລແມັດ, ບໍ່ພຽງແຕ່ໄດ້ຍົກສູງຄຸນນະພາບຂອງສິ່ງແວດລ້ອມຊີວະພາບທ້ອງຖິ່ນເທົ່ານັ້ນ, ຍັງໄດ້ເປີດກວ້າງພື້ນທີ່ການພັດທະນາອີກດ້ວຍ.