ວັນລະນຶກທົ່ວຊົນຊາດຈີນຕໍ່ຕ້ານການຮຸກຮານຂອງຈັກກະພັດຍີ່ປຸ່ນຄົບຮອບ 85 ປີ

2022-07-07 17:01:48 cri

ວັນທີ 7 ກໍລະກົດນີ້ເປັນວັນລະນຶກທົ່ວຊົນຊາດຈີນຕໍ່ຕ້ານການຮຸກຮານຂອງຈັກກະພັດຍີ່ປຸ່ນຄົບຮອບ 85 ປີ. ວັນດຽວກັນນີ້ເມື່ອ 85 ປີກ່ອນ ຄືວັນທີ 7 ກໍລະກົດປີ 1937, ກອງທັບຍີ່ປຸ່ນໄດ້ອ້າງວ່າມີທະຫານຄົນໜຶ່ງໄດ້ ຫາຍສາບສູນ ແລະ ບັງຄັບໃຫ້ຝ່າຍຈີນເປີດປະຕູເມືອງວານຜີງອອກ ເພື່ອຈະໄດ້ເຂົ້າໄປກວດຄົ້ນໃນເມືອງດັ່ງກ່າວ. ຫຼັງຈາກໄດ້ຖືກປະຕິເສດຢ່າງເດັດຂາດຈາກກອງທັບເຝົ້າຮັກສາຂອງຈີນແລ້ວ, ກອງທັບຍີ່ປຸ່ນກໍໄດ້ເຂົ້າໂຈມຕີຂົວຫຼູໂກ່ ແລະ ເມືອງຫວານຜີງນະຄອນປັກກິ່ງ ຢ່າງຮຸນແຮງ ແລະ ບັງອາດ.


ເພື່ອລະນຶກທົ່ວຊົນຊາດຈີນຕໍ່ຕ້ານການຮຸກຮານຂອງຈັກກະພັດຍີ່ປຸ່ນຄົບຮອບ 85 ປີ, ຢູ່ທ້ອງຖິນຕ່າງໆຂອງຈີນ ໄດ້ຈັດກິດຈະກຳຕ່າງໆ ເພື່ອສະແດງຄວາມໄວ້ອາໄລເຖິງດວງວິນຍານຂອງວິລະຊົນ ແລະ ຈົດຈຳປະຫວັດສາດ.