ມີເຈົ້າໜ້າທີ່ລັດຖະບານອັງກິດ 30 ກວ່າທ່ານລາອອກຈາກຕຳແໜ່ງ

2022-07-07 11:04:47 CRI

ຍ້ອນຂາດຄວາມໝັ້ນໃຈຕໍ່ການນຳພາຂອງທ່ານໂບຣີ ຈອນສັນ ນາຍົກລັດຖະມົນຕີອັງກິດ, ວັນທີ 5 ກໍລະກົດນີ້, ທ່ານຊາຈິດ ຈາວິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຣີຊີ ຊູນັກ ລັດຖະມົນຕີກະຊວງການເງິນອັງກິດໄດ້ລາອອກຈາກຕຳແໜ່ງຕາມໆກັນ. ຫຼັງຈາກນັ້ນໃນວັນທີ 6 ກໍລະກົດນີ້, ເຈົ້າໜ້າທີ່ລັດຖະບານໃນຫຼາຍພາກສ່ວນຂອງອັງກິດກໍໄດ້ລາອອກຈາກຕຳແໜ່ງເຊັ່ນດຽວກັນ.     ອີງຕາມສະຖິຕິຂອງບໍລິສັດກະຈາຍສຽງອັງກິດ ຫຼື BBC ໃຫ້ຮູ້ວ່າ, ນັບມາຮອດເວລາລາຍງານຂ່າວ, ມີເຈົ້າໜ້າທີ່ລັດຖະບານອັງກິດ 30 ກວ່າທ່ານໄດ້ລາອອກຈາກຕຳແໜ່ງແລ້ວ.

ກ່ອນໜ້ານີ້, ທ່ານໂບຣີ ຈອນສັນໄດ້ປະເຊີນໜ້າກັບການລາອອກຈາກຕຳແໜ່ງຢູ່ພາຍໃນພັກອະນຸລັກນິຍົມ ທີ່ເປັນພັກກຳອຳນາດອັງກິດ ຍ້ອນທ່ານໄດ້ໂຮມຊຸມນຸມຢ່າງຜິດລະບຽບໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ໃນຕົ້ນເດືອນມິຖຸນາຜ່ານມານີ້, ທ່ານໂບຣີ ຈອນສັນໄດ້ຜ່ານການປ່ອນບັດບໍ່ໄວ້ວາງໃຈຂອງສະມາຊິກສະພາຕ່ຳທີ່ເປັນສະມາຊິກພັກອະນຸລັກນິຍົມ ແລະ ສາມາດຄອງຕຳແໜ່ງປະທານພັກ ແລະ ນາຍົກລັດຖະມົນຕີອັງກິດຕໍ່ໄປ. ແຕ່ວ່າ, ມີສະມາຊິກສະພາຕ່ຳທີ່ເປັນສະມາຊິກພັກອະນຸລັກນິຍົມຫຼາຍກວ່າ 40% ໄດ້ປ່ອນບັດບໍ່ໄວ້ວາງໃຈໃນການປ່ອນບັດຄັ້ງນັ້ນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ