ຕຸກກະຕາໃຫຍ່ພາກເໜືອເສສວນໄດ້ຮັບຄວາມນິຍົມຈາກຊາວໜຸ່ມຂອງປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງ

2022-07-07 12:35:05 CRI


     ຕອນບ່າຍວັນທີ 5 ກໍລະກົດນີ້, ຊາວໜຸ່ມຈາກບັນດາປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງທີ່ມາທັດສະນະສຶກສາຢູ່ຈີນໄດ້ຍ້າງເຂົ້າໂຮງລະຄອນຕຸກກະຕາໃຫຍ່ແຂວງເສສວນຈີນ, ຊາວໜຸ່ມຫຼາຍຄົນທີ່ມາຈາກມາເລເຊຍ ປາກີສະຖານ ບັງກລາເທດ ເຢເມນ ນີເຊຣີ ຣຸວັນດາ ແລະປະເທດອື່ນໆທີ່ຢູ່ລຽບຕາມໜຶ່ງແລວໜຶ່ງເສັ້ນທາງໄດ້ສຳຜັດກັບຕຸກກະຕາໃຫຍ່ພາກເໜືອເສສວນທີ່ເປັນມໍລະດົກວັດທະນະທຳນາມມະທຳລະດັບຊາດຂອງຈີນຢ່າງໃກ້ຊິດ.



     ຕຸກກະຕາໃຫຍ່ພາຍໃຕ້ການຄວບຄຸມຂອງນັກວິຊາການ, ຄືຄົນແທ້. ຜ່ານການທັດສະນະສຶກສາຄັ້ງນີ້, ຊາວໜຸ່ມທຸກຄົນໄດ້ຮູ້ສະເໜ່ຂອງຕຸກກະຕາໃຫຍ່ພາກເໜືອເສສວນ, ຍັງໄດ້ມີຄວາມຮູ້ເພີ່ມຂຶ້ນກ່ຽວກັບວັດທະນະທຳຈີນ.