ປະທານາທິບໍດີຟິລິບປິນຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫວາງຢີ້

2022-07-07 16:27:10 cri

ວັນທີ 6 ກໍລະກົດນີ້ ຢູ່ນະຄອນຫຼວງມານີລາຂອງຟິລິບປິນ, ທ່ານເຟີດີນານ ໂຣມົວເດັສ ມາໂກສ ປະທານາທິບໍດີຟິລິບປິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ທີ່ກຳລັງຢ້ຽມຢາມຟິລິບປິນຕາມການເຊື້ອເຊີນ.

ທ່ານ ເຟີດີນານ ໂຣມົວເດັສ ມາໂກສ ກ່າວວ່າ: ປະເທດຈີນເປັນຄູ່ການຄ້າໃຫຍ່ທີ່ສຸດ ແລະຄູ່ຮ່ວມມືພັດທະນາທີ່ສຳຄັນທີ່ສຸດຂອງຟິລິບປິນ, ສອງປະເທດໄດ້ດຳເນີນການຮ່ວມມືໃນຂົງເຂດຕ່າງໆ ແລະ ໄດ້ຮັບໝາກຜົນຢ່າງຫຼວງຫຼາຍ. ຟິລິບປິນຫວັງວ່າຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການເມືອງ, ເສດຖະກິດການຄ້າ, ການສຶກສາ, ວັດທະນະທຳ ແລະຂົງເຂດອື່ນໆຢ່າງກວ້າງຂວາງ, ເພີ່ມເນື້ອໃນໃຫ້ກັບສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ. ບັນຫາທະເລຈີນໃຕ້ບໍ່ແມ່ນກະແສຫຼັກໃນສາຍພົວພັນຟິລິບປິນ-ຈີນ, ບໍ່ຄວນຈຳກັດ ຫຼືສ້າງອຸປະສັກໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ. ຟິລິບປິນຍິນດີແລກປ່ຽນກັບຈີນຢ່າງເປີດອົກເປີດໃຈ ເພື່ອຊອກຫາວິທີແກ້ໄຂບັນຫາບົນຈິດໃຈມິດຕະພາບ.

ທ່ານຫວາງຢີ້ກ່າວວ່າ: ສາຍພົວພັນຈີນ-ຟິລິບປິນກຳລັງຢືນຢູ່ໃນຈຸດເລີ່ມຕົ້ນໃໝ່, ຈີນຍິນດີຮ່ວມກັບຟິລິບປິນ ຍຶດໝັ້ນໃນທິດທາງໃຫຍ່ແຫ່ງການຮ່ວມມືແລະມິດຕະພາບລະຫວ່າງສອງປະເທດ, ຮ່ວມກັນສຸມກຳລັງເຂົ້າໃນການເປັນບ້ານໃກ້ເຮືອນຄຽງທີ່ດີທີ່ຊ່ວຍເຫຼືອ ແລະສະໜັບສະໜູນເຊິ່ງກັນແລະກັນ, ເປັນຍາດຕິພີ່ນ້ອງທີ່ດີທີ່ໃກ້ຊິດ ແລະເຂົ້າໃຈກັນ, ເປັນຄູ່ຮ່ວມມືທີ່ດີທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຊຸກຍູ້ການຍົກສູງຄຸນນະພາບ ແລະລະດັບການຮ່ວມມືລະຫວ່າງສອງປະເທດ, ສ້າງ “ຍຸກຄຳ” ໃໝ່ຂອງສາຍພົວພັນລະຫວ່າງສອງປະເທດ. ການຮ່ວມມືລະຫວ່າງຈີນ-ຟິລິບປິນ ມີຄວາມສຳຄັນຫຼາຍກວ່າຂໍ້ຂັດແຍ້ງທາງທະເລຢ່າງຫຼວງຫຼາຍ, ບໍ່ຄວນໃຫ້ຂໍ້ຂັດແຍ້ງບາງຢ່າງມາລົບກວນການຮ່ວມມືລະຫວ່າງສອງປະເທດ.