ທ່ານເອກອັກຄະລັດຖະທູດລາວເດີນທາງໄປຢ້ຽມຢາມນະຄອນຊົງຊິ້ງ ສປ ຈີນ

2022-07-07 09:30:02 ​ຊີ​ອາ​ໄອ

   




ລະຫວ່າງວັນທີ 04-08 ກໍລະກົດ 2022 ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໄດ້ເດີນທາງໄປຢ້ຽມຢາມ ເຮັດວຽກຢູ່ນະຄອນຊົງຊິ້ງ, ສປ ຈີນ ຕາມໜັງສືເຊື້ອເຊີນຂອງພະແນກການຕ່າງປະເທດ ນະຄອນຊົງຊິ້ງ. ໃນວັນທີ 5 ກໍລະກົດ 2022 ທ່ານ ເອກອັກຄະລັດຖະທູດລາວໄດ້ ເຂົ້າຢ້ຽມຂໍ່ານັບ ທ່ານ ຮູເຮີງຮົວ, ຮອງເລຂາພັກນະຄອນຊົງຊິ້ງ, ເຈົ້າຄອງນະຄອນຊົງຊິ້ງ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຈີນ-ລາວ ໃນໄລຍະຜ່ານມາກໍ່ຄືໃນປັດຈຸບັນ, ການຮ່ວມມືທີ່ພົ້ນເດັ່ນ ລະຫວ່າງສອງປະເທດຈີນ-ລາວ ທີ່ໄດ້ນໍາເອົາຜົນປະໂຫຍດມາສູ່ສອງປະເທດ ກໍ່ຄື ປະຊາຊົນສອງຊາດ ເປັນຕົ້ນແມ່ນໂຄງການລົດໄຟຈີນ-ລາວ, ໂຄງການແລວເສດຖະກິດ ຈີນ-ລາວ ແລະ ອື່ນໆ, ໂດຍສະເພາະແມ່ນໂຄງການລົດໄຟຈີນ-ລາວ, ຊຶ່ງໄດ້ເປີດນໍາໃຊ້ ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ໂດຍການເປັນກຽດກົດປຸ່ມ ເປີດຂະບວນລົດໄຟຖ້ຽວທໍາອິດຂອງສອງສະຫາຍ ເລຂາທິການໃຫຍ່ຂອງສອງພັກຈີນແລະລາວ. ໂຄງການດັ່ງກ່າວນີ້,ໄດ້ກາຍເປັນໂຄງການແຫ່ງສັນຍາລັກມິດຕະພາບຈີນ-ລາວ, ເປັນການເຊື່ອມໂຍງແຜນຍຸດທະສາດການຫັນປະເທດລາວ ຈາກບໍ່ມີຊາຍແດນ ຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ ແລະ ອະນຸພາກພື້ນ ແລະ ເປັນການສະໜັບສະໜູນຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ.

ສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງນະຄອນຊົງຊິ້ງ ແລະ ສປປ ລາວ ໄດ້ມີບາດກ້າວໃໝ່, ໂດຍສະເພາະແມ່ນ ຜ່ານການນຳໃຊ້ລົດໄຟຈີນ-ລາວ  ສົມທົບກັບແຜນຍຸດທະສາດເສັ້ນທາງບົກ ແລະ ທາງທະເລຂອງນະຄອນຊົງຊິ້ງ, ສອງຝ່າຍເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ນະຄອນຊົງຊິ້ງ ແລະ ສປປ ລາວ ຈະມີຜົນສຳເລັດອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ.


ໃນມື້ດຽວກັນ ທ່ານ ເອກອັກຄະລັດຖະທູດລາວຍັງໄດ້ມີຄຳເຫັນໃນກອງປະຊຸມ ແນະນຳກາລະໂອກາດອັນໃໝ່ ພາຍໃຕ້ຫົວຂໍ້ການຮ່ວມມື RCEP ແລະ ການຮ່ວມມື ທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ ແລະ ສປປ ລາວ, ນະຄອນຊົງຊິ້ງ, ຊຶ່ງຮ່ວມກັນຈັດໂດຍຄະນະກຳມະທິການ ເສດຖະກິດ-ການຄ້ານະຄອນຊົງຊິ້ງ ແລະ ສະຖານເອກອັກຄະລັດຖະທູດລາວ. ສອງຝ່າຍ ເຊື່ອໝັ້ນວ່າ ອີງໃສ່ເຕັກນິກ ແລະ ທຶນຮອນຂອງຝ່າຍຈີນ ບວກກັບທ່າແຮງບົ່ມຊ້ອນຫຼາຍ ດ້ານຂອງ ສປປ ລາວ, ຈະເຮັດໃຫ້ການຮ່ວມມືສອງຝ່າຍ ໄດ້ຮັບໝາກຜົນເປັນຢ່າງດີ ທີ່ຈະນຳເອົາຜົນປະໂຫຍດມາສູ່ສອງຝ່າຍ. ພ້ອມນັ້ນ, ທ່ານ ເອກອັກຄະລັດຖະທູດລາວ ຍັງໄດ້ເຂົ້າຮ່ວມເປັນສັກຂິພິຍານ ຮ່ວມກັບການນຳນະຄອນຊົງຊິ້ງ ໃນການເຊັນສັນຍາການ ຮ່ວມມືທາງດ້ານທຸລະກິດ-ການຄ້າ ແລະ ການຮ່ວມມືທາງດ້ານອາຊີວະສຶກສາ ຈຳນວນ 7 ສະບັບ. ນອກຈາກນັ້ນ, ທ່ານ ເອກອັກຄະລັດຖະທູດລາວ ພ້ອມດ້ວຍຄະນະ ໄດ້ໄປ ຢ້ຽມຢາມສູນກະຈາຍສິນຄ້ານໍາເຂົ້າ ແລະ ສົ່ງອອກ ຈີນ-ລາວ(ຊົງຊິ້ງ), ເຂົ້າຮ່ວມພິທີ ໄຂຕູ້ສິນຄ້ານຳເຂົ້າໂດຍຜ່ານລົດໄຟຈີນ-ລາວ ຕາມແລວຂົນສົ່ງທາງບົກ-ທາງທະເລ ແບບໃໝ່ (New Land-Sea corridor) ແລະ ໄດ້ໄປຢ້ຽມຊົມຫໍວາງສະແດງຜັງນະຄອນຊົງຊິ້ງ ແລະ ເຂດທ່ອງທ່ຽວມໍລະດົກໂລກອູຫລົງ ນະຄອນຊົງຊິ້ງຕື່ມອີກ.



(ທ່ານ ເອກອັກຄະລັດຖະທູດລາວເຂົ້າຮ່ວມກອງປະຊຸມ ແນະນຳກາລະໂອກາດອັນໃໝ່ ພາຍໃຕ້ຫົວຂໍ້ການຮ່ວມມື RCEP ແລະ ການຮ່ວມມື ທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ ແລະ ສປປ ລາວ)



(ທ່ານ ເອກອັກຄະລັດຖະທູດລາວເຂົ້າຮ່ວມກອງປະຊຸມ ແນະນຳກາລະໂອກາດອັນໃໝ່ ພາຍໃຕ້ຫົວຂໍ້ການຮ່ວມມື RCEP ແລະ ການຮ່ວມມື ທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສປ ຈີນ ແລະ ສປປ ລາວ)