ທະນາຄານ AIIB ຈະຕັ້ງສໍານັກງານປະຈໍາຕ່າງປະເທດແຫ່ງທໍາອິດ

2022-07-08 15:11:25 cri

ວັນທີ 7 ກໍລະກົດນີ້, ທະນາຄານເພື່ອການລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ໄດ້ເປີດເຜີຍໃຫ້ຮູ້ວ່າ: ເພື່ອຕອບສະໜອງຕາມຄວາມຕ້ອງການດ້ານທຸລະກິດທີ່ເພີ່ມຂຶ້ນຢ່າງບໍ່ຢຸດ ຢັ້ງຂອງສະມາຊິກທີ່ມີຢູ່ທັງພາຍໃນ ແລະນອກພາກພື້ນ, ໃນຫວ່າງມໍ່ໆມານີ້, ຄະນະອໍານວຍ ການຂອງ AIIB ຈຶ່ງໄດ້ອະນຸມັດໃຫ້ AIIB ຕັ້ງສໍານັກງານປະຈໍາຕ່າງປະເທດ.

ຕາມຂ່າວແຈ້ງວ່າ: ນີ້ຈະເປັນສໍານັກງານປະຈໍາຕ່າງປະເທດແຫ່ງທໍາອິດຂອງ AIIB ພາຍຫຼັງ AIIB ໄດ້ຕັ້ງສໍານັກງານຢູ່ນະຄອນທຽນສິນ ປະເທດຈີນ. AIIB ໄດ້ເລືອກນະຄອນຫຼວງອັບດາບີ ຂອງສະຫະລັດອາຣັບ ເອມີເຣດ ເປັນສະຖານທີ່ຕັ້ງສໍານັກງານ, ປັດຈຸບັນ, AIIB ກໍາລັງປຶກສາຫາລືກັບປະເທດດັ່ງກ່າວກ່ຽວກັບເລື່ອງທີ່ກ່ຽວຂ້ອງ ແລະມີຄວາມຫວັງຈະບັນລຸສັນຍາໃນອີກບໍ່ເທົ່າໃດອາທິດຕໍ່ໜ້ານີ້.