ຖ້ຽວບິນໂດຍສານປະຈໍາລະຫວ່າງຈີນກັບຮົງກາລີເປີດບໍລິການຄືນໃໝ່

2022-07-08 15:09:38 cri

ວັນທີ 7 ກໍລະກົດນີ້, ເຮືອບິນໂດຍສານລໍາໜຶ່ງທີ່ບິນຈາກນະຄອນຫຼວງປັກກິ່ງ ປະເທດຈີນ ໄດ້ລົງຈອດຢູ່ສະໜາມບິນສາກົນລິສທ໌ ນະຄອນຫຼວງບູດາເປດ ປະເທດຮົງກາລີ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ຖ້ຽວບິນໂດຍສານປະຈໍາລະຫວ່າງຈີນກັບຮົງກາລີ ໄດ້ເປີດບໍລິການຄືນໃໝ່ແລ້ວ.

ນີ້ເປັນຖ້ຽວບິນໂດຍສານປະຈໍາ ຖ້ຽວທໍາອິດລະຫວ່າງຈີນກັບຮົງກາລີເປີດບໍລິການ ພາຍຫຼັງສອງປະເທດໄດ້ໂຈະຖ້ຽວບິນໂດຍກົງໃນປີ 2020 ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. 

ຕາມຂ່າວແຈ້ງວ່າ: ຕາມແຜນການທີ່ກໍານົດໄວ້, ຖ້ຽວບິນປັກກິ່ງ-ບູດາເປດ ຂອງບໍລິສັດການບິນ AIR CHINA ຈະດຳເນີນການບິນໄປ-ກັບເທື່ອໜຶ່ງໃນວັນພະຫັດຂອງແຕ່ລະອາທິດ.