ຍອດມູນຄ່າການຄ້າຂາເຂົ້າຂາອອກດ້ານການບໍລິການໃນ 5 ເດືອນຕົ້ນປີນີ້ຂອງຈີນໄດ້ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

2022-07-08 15:25:01 CRI

ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ການຄ້າການບໍລິການຂອງຈີນໄດ້ຮັກສາການເຕີບໂຕຢ່າງໜັກແໜ້ນຕໍ່ເນື່ອງ, ຍອດມູນຄ່າການຄ້າຂາເຂົ້າຂາອອກດ້ານການບໍລິການໄດ້ບັນລຸເຖິງ 2365,36 ຕື້ຢວນ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນເດືອນພຶດສະພາປີນີ້, ຍອດມູນຄ່າການຄ້າຂາເຂົ້າຂາອອກດ້ານການບໍລິການຂອງຈີນໄດ້ບັນລຸເຖິງ 456,28 ຕື້ຢວນ, ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ເດືອນພຶດສະພາປີກາຍນີ້.

ໃນກອງປະຊຸມແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 7 ກໍລະກົດນີ້, ທ່ານນາງຊູ້ຢຸ້ຍຖິງ ໂຄສົກກະຊວງການຄ້າຈີນກ່າວວ່າ: ນັບແຕ່ເດືອນມັງກອນຫາເດືອນພຶດສະພາປີນີ້, ການຄ້າສົ່ງອອກດ້ານການບໍລິການມີມູນຄ່າເຖິງ 1151,79 ຕື້ຢວນ, ເພີ່ມຂຶ້ນ 26,3%; ການນຳເຂົ້າບັນລຸ 1213,57 ຕື້ຢວນ, ເພີ່ມຂຶ້ນ 18,2%.

ທ່ານນາງຊູ້ຢຸ້ຍຖິງກ່າວຕື່ມວ່າ: ການຄ້າການບໍລິການໃນ 5 ເດືອນຕົ້ນປີນີ້ຂອງຈີນຕົ້ນຕໍແມ່ນການຄ້າການບໍລິການທີ່ມີລະດັບຄວາມຮູ້ສູງໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ, ການຄ້າຂາເຂົ້າຂາອອກດ້ານການບໍລິການທ່ອງທ່ຽວໄດ້ຟື້ນຟູເລັກໜ້ອຍ ແລະ ອື່ນໆ.