ທ່ານຊິນໂຈ ອາເບະ​ຖືກ​ຍິງ​ຊີບ​ພະ​ຈອນ​ຢຸດ​ເຕັ້ນ

2022-07-08 13:28:57 cri

    ຕາມສື່ມວນຊົນຍີ່ປຸ່ນລາຍງານວ່າ, ຕອນເຊົ້າວັນທີ 8 ກໍລະກົດນີ້, ທ່ານຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນຖືກປືນຍິງໃສ່ທາງຫຼັງຊອດໜ້າເອິກໃນເວລາກ່າວປາຖະກະຖາຢູ່ນະຄອນນາຣາ. ຕາມຂ່າວແຈ້ງວ່າ, ໃນເວລາຖືກສົ່ງຂຶ້ນລົດສົ່ງຄົນເຈັບສຸກເສີນ, ທ່ານຊິນໂຈ ອາເບະຍັງມີສະຕິຢູ່, ແຕ່ປັດຈຸບັນຊີບພະຈອນຢຸດເຕັ້ນແລ້ວ.