ທ່ານຫວາງຢີ້ພົບປະກັບທ່ານເຊີແກ ລັຟລົຟ

2022-07-08 15:02:53 cri

ວັນທີ 7 ກໍລະກົດ 2022 ຕາມເວລາທ້ອງຖິ່ນ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານເຊີເກ ລັຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍຢູ່ເກາະບາຫຼີ ປະເທດອິນໂດເນເຊຍໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ 20 ປະເທດຫຼື G20.

ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການຢູ່ອູແກຣນ. ທ່ານເຊີແກ ລັຟລົຟ ໄດ້ແນະນຳສະຖານະການລະຫວ່າງຣັດເຊຍແລະອູແກຣນ, ນອກນີ້ທ່ານຍັງໄດ້ແນະນຳຫຼັກໝັ້ນແລະຈຸດຢືນຂອງຣັດເຊຍຕື່ມອີກ. ທ່ານຫວາງຢີ້ກ່າວວ່າ: ຈີນຈະສືບຕໍ່ຍຶດໝັ້ນໃນຫຼັກໝັ້ນພາວະວິໄສແລະຍຸຕິທຳ, ສຸມໃສ່ຊຸກຍູ້ການເຈລະຈາສັນຕິພາບ, ສະໜັບສະໜູນຄວາມພະຍາຍາມທຸກຢ່າງທີ່ມີຜົນດີຕໍ່ການແກ້ໄຂວິກິດການໂດຍສັນຕິ.

ສອງຝ່າຍເຫັນດີສະໜັບສະໜູນອິນໂດເນເຊຍຈັດກອງປະຊຸມລັດຖະມົນຕີ G20 ໃຫ້ປະສົບຜົນສຳເລັດ, ພ້ອມທັງເພີ່ມທະວີການຮ່ວມມືພາຍໃຕ້ຂອບອົງການຮ່ວມມືຊຽງໄຮ້.