ຈີນສະແດງຄວາມເສົ້າສະຫຼົດໃຈແລະຄວາມເຫັນໃຈຕໍ່ຄອບຄົວຂອງທ່ານຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ

2022-07-08 21:46:54 cri


ວັນທີ 8 ກໍລະກົດ 2022, ທ່ານຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນຖືກຍິງແລ້ວເສຍຊີວິດຍ້ອນບາດເຈັບສາຫັດ.

ກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນຮູ້ສຶກຕື່ນຕົກໃຈຕໍ່ເຫດການສຸກເສີນດັ່ງກ່າວ. ທ່ານຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນເຄີຍປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງຈີນກັບຍີ່ປຸ່ນໃຫ້ດີຂຶ້ນ. ຝ່າຍຈີນຂໍສະແດງຄວາມເສົ້າສະຫຼົດໃຈແລະຄວາມເຫັນໃຈຕໍ່ຄອບຄົວຂອງທ່ານຊິນໂຈ ອາເບະ ອະດີດນາຍົກລັດຖະມົນຕີ.