ກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ຈັດຈຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ

2022-07-08 15:00:28 cri

ວັນທີ 8 ກໍລະກົດ 2022 ຕາມເວລາທ້ອງຖິ່ນ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ 20 ປະເທດຫຼື G20 ໄດ້ໄຂຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ ໂດຍເນັ້ນໃສ່ຫົວຂໍ້ “ຮ່ວມກັນສ້າງໂລກທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຈະເລີນຮຸ່ນເຮືອງກວ່າເກົ່າ.”

ເລີ່ມແຕ່ວັນທີ 7 ກໍລະກົດນີ້, ລັດຖະມົນຕີກະຊວງການຕ່າງປະເທດຂອງ G20 ໄດ້ຈັດການພົບປະສອງຝ່າຍຕາມລຳດັບ.