ຈີນຫວັງວ່າ ຍີ່ປຸ່ນຈະປະເຊີນແລະສຳນຶກຄືນປະຫວັດສາດການຮຸກຮານຂອງຕົນຢ່າງຖືກຕ້ອງ

2022-07-08 15:27:07 CRI

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 7 ກໍລະກົດນີ້, ມີນັກຂ່າວຖາມວ່າ: ມື້ນີ້ແມ່ນມື້ລະນຶກເຫດການຫຼູໂກ່ວສຽວ 7 ກໍລະກົດຄົບຮອບ 85 ປີ, ກະຊວງການຕ່າງປະເທດຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ວັນທີ 7 ກໍລະກົດປີ 1937, ຈັກກະພັດຍີ່ປຸ່ນໄດ້ກໍ່ເຫດການຫຼູໂກ່ວສຽວ ເຊິ່ງເປັນການເປີດ ສົງຄາມຮຸກຮານຈີນຢ່າງຮອບດ້ານ, ໂດຍຜ່ານການຕໍ່ຕ້ານການຮຸກຮານແບບເອົາເປັນເອົາຕາຍແລະທໍລະຫົດອົດທົນ, ປະຊາຊົນຈີນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ໃນສົງຄາມຕໍ່ຕ້ານການຮຸກຮານຂອງຈັກກະພັດຍີ່ປຸ່ນໃນທີ່ສຸດ. ພ້ອມດຽວກັນນີ້, ໄຊຊະນະຂອງຈີນໃນການຕໍ່ຕ້ານການຮຸກຮານຂອງຈັກກະພັດຍີ່ປຸ່ນກໍແມ່ນພາກສ່ວນສຳຄັນຂອງໄຊຊະນະໃນສົງຄາມຕ້ານຟາດຊິດຂອງໂລກ.

ທ່ານຈ້າວລີ້ຈ່ຽກ່າວຕື່ມວ່າ: ຈີນມີຈຸດຢືນຂະຫຍາຍການພົວພັນຈີນ-ຍີ່ປຸ່ນ ບົນຈິດໃຈຖືປະຫວັດສາດເປັນແວ່ນແຍງ ແລະ ວ່າຍໜ້າໄປສູ່ອະນາຄົດຢ່າງສະເໝີຕົ້ນສະເໝີປາຍ, ຈີນຫວັງວ່າ, ຍີ່ປຸ່ນຈະປະເຊີນແລະສຳນຶກຄືນປະຫວັດສາດການຮຸກຮານຂອງຕົນຢ່າງຖືກຕ້ອງ ແລະ ເລິກເຊິ່ງ ເພື່ອເດີນຕາມເສັ້ນທາງການພັດທະນາໂດຍສັນຕິ ດ້ວຍການກະທຳຕົວຈິງ.