ນາຍົກເຢຍລະມັນກ່າວວ່າ: ອູແກຣນຈະບໍ່ສາມາດໄດ້ຮັບການຮັບປະກັນຄວາມ ໝັ້ນຄົງ “ແບບນາໂຕ”

2022-07-08 15:08:20 cri

ວັນທີ 6 ກໍລະກົດນີ້, ທ່ານໂອລັຟ ໂຊນສ ນາຍົກລັດຖະມົນຕີເຢຍລະມັນກ່າວວ່າ: ປະເທດຕາເວັນຕົກຍິນດີສະໜອງການຮັບປະກັນດ້ານຄວາມໝັ້ນຄົງໃຫ້ແກ່ອູແກຣນ, ແຕ່ການຮັບປະກັນດ້ານຄວາມໝັ້ນຄົງຊະນິດນີ້ ຈະບໍ່ສາມາດເປັນລະດັບທີ່ເທົ່າທຽມກັບກຸ່ມນາໂຕ.

ມື້ດຽວກັນ, ໃນເວລາຕອບຄໍາຖາມຂອງສະມາຊິກສະພາຢູ່ສະພາສະຫະພັນເຢຍລະມັນ, ທ່ານໂອລັຟ ໂຊນສ ກ່າວວ່າ: ເປັນທີ່ຈະແຈ້ງແລ້ວວ່າ, ການຮັບປະກັນຄວາມໝັ້ນຄົງຕໍ່ອູແກຣນ ຈະບໍ່ສາມາດມີລະດັບເທົ່າທຽມກັບມາດຕາທີ 5 ຂອງກົດບັດກຸ່ມນາໂຕ. ມາດຕາທີ 5 ຂອງກົດບັດກຸ່ມນາໂຕໄດ້ກໍານົດໄວ້ວ່າ: ການໂຈມຕີປະເທດສະມາຊິກໃດໜຶ່ງຂອງນາໂຕ ຈະຖືກຖືວ່າເປັນການໂຈມຕີປະເທດສະມາຊິກທັງໝົດຂອງນາໂຕ. ທ່ານໂອລັຟ ໂຊນສ ຍັງກ່າວຕື່ມວ່າ: ການຮັບປະກັນຄວາມໝັ້ນຄົງຕໍ່ອູແກຣນ “ຕ້ອງວາງແຜນຕາມສະພາບຕົວຈິງຂອງປະເທດນີ້”, ແຕ່ທ່ານບໍ່ໄດ້ເປີດເຜີຍເຖິງຂໍ້ມູນລະອຽດ.

ພາຍຫຼັງເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນເປັນຕົ້ນມາ, ປະເທດສະມາຊິກກຸ່ມນາໂຕໄດ້ສະໜັບສະໜູນອູແກຣນທາງອ້ອມ ໂດຍໄດ້ສະໜອງອາວຸດໃຫ້ແກ່ອູແກຣນ, ແຕ່ກໍມີຄວາມລະມັດສະວັງທີ່ສຸດ ເພື່ອບໍ່ໃຫ້ຕົນເອງເຂົ້າໄປມີສ່ວນຮ່ວມໃນສົງຄາມໂດຍກົງ.