ທ່ານວະລາດີເມຍ ປູຕິນກ່າວວ່າ: ຝ່າຍຕາເວັນຕົກລົງໂທດຣັດເຊຍອາດ ເຮັດໃຫ້ຕະຫຼາດພະລັງງານທົ່ວໂລກເກີດມີຜົນຮ້າຍທີ່ເປັນໄພພິບັດ

2022-07-09 15:32:00 CRI

 

ຕາມຂ່າວCRI: ວັນທີ 8 ກໍລະກົດນີ້, ທ່ານວະລາດີເມຍ ປູຕນ, ປະທານາທິບໍດີຣັດເຊຍ ໄດ້ກ່າວໃນກອງປະຊຸມເທື່ອໜຶ່ງຂອງລັດຖະບານຣັດເຊຍວ່າ,ຖ້າວ່າຝ່າຍຕາເວັນຕົກສືບຕໍ່ດຳເນີນການລົງໂທດຕໍ່ຣັດເຊຍ,ອາດຈະເຮັດໃຫ້ຕະຫຼາດພະລັງງານທົ່ວໂລກເກີດມີຜົນຮ້າຍທີ່ມີເປັນໄພພິບັດ.

 

ທ່ານວະລາດີເມຍ ປູຕນກ່າວວ່າ, ສົງຄາມແບບກະທັນຫັນດ້ານເສດຖະກິດທີ່ແນໃສ່ ຣັດເຊຍໄດ້ປະລາໄຊ,ແຕ່ວ່າການລົງໂທດຕໍ່ຣັດເຊຍຈາກຝ່າຍຕາເວັນຕົກກຳລັງທຳລາຍເສດຖະກິດຂອງຣັດເຊຍ, ພວກເຮົາຕ້ອງມີຄວາມໝັ້ນໃຈ, ແຕ່ວ່າສຳລັບບາງຂະແໜງກາ ແລະຕະຫຼາດແຮງງານ, ຄວາມສ່ຽງຍັງຄົງຕົວຢູ່.  ທ່ານຍັງກ່າວວ່າ, ຣັດເຊຍກຳລັງ ຄົ້ນຄວ້າກ່ຽວກັບແຜນການການຂົນສົ່ງທາງລົດໄຟ,ທາງທະເລແລະພື້ນຖານໂຄງລ່າງທໍ່ສົ່ງ,ເພື່ອສະໜອງນ້ຳມັນແລະຜະລິດຕະພັນນ້ຳມັນຂອງຣັດເຊຍໃຫ້ແກ່ປະເທດທີ່ມີໄມຕີຈິດມິດຕະພາບກັບຣັດເຊຍ.