ທ່ານຫວາງຢີ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງ G20

2022-07-09 11:55:31 CRI


     ວັນທີ 8 ກໍລະກົດປີ 2022 ນີ້ຕາມເວລາທ້ອງຖິ່ນ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມ 20 ປະເທດ ຫຼື G20 ຢູ່ທີ່ເກາະບາຫຼີຂອງອິນໂດເນເຊຍ. ທ່ານເຣັດໂນ ມາຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍເປັນປະທານກອງປະຊຸມ. ລັດຖະມົນຕີການຕ່າງປະເທດຈາກບັນດາປະເທດສະມາຊິກຂອງ G20 ແລະປະເທດທີ່ເປັນແຂກ ພ້ອມທັງທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະຜູ້ຮັບຜິດຊອບອົງການຈັດຕັ້ງສາກົນອື່ນໆໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.




     ທ່ານຫວາງຢີ້ກ່າວວ່າ: ປັດຈຸບັນ, ສັນຕິພາບແລະການພັດທະນາຂອງໂລກພວມປະເຊີນກັບສິ່ງທ້າທາຍໃຫຍ່. ປະຊາຄົມໂລກຫວັງໃຫ້ G20 ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນໃນສາກົນ, ຊຸກຍູ້ການຮ່ວມມືສາກົນ, ເພື່ອສົ່ງຄວາມໝັ້ນໃຈແລະຄວາມຫວັງໃຫ້ໂລກທີ່ເຕັມໄປດ້ວຍປັດໄຈທີ່ບໍ່ແນ່ນອນ. ພວກເຮົາຕ້ອງຈື່ຈຳຈິດໃຈການຮ່ວມມືດ້ວຍຄວາມສາມັກຄີ, ເອົາຊະນະຄວາມຂັດແຍ້ງດ້ວຍຄວາມສາມັກຄີ, ເອົາການຮ່ວມມືມາເຂົ້າແທນການເປັນປໍລະປັກກັນ, ປະຕິບັດຕາມຈິດໃຈລັດທິຫຼາຍຝ່າຍໃຫ້ກາຍເປັນການກະທຳຕົວຈິງທີ່ປົກປັກຮັກສາສັນຕິພາບຂອງໂລກ ແລະຊຸກຍູ້ການພັດທະນາຮ່ວມກັນ.


     ບັນດາຝ່າຍໄດ້ປຶກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການຢຸດຍິງແລະຢຸດສົງຄາມ, ການຟື້ນຕົວຄືນໃໝ່ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19,  ຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງ, ຄວາມປອດໄພດ້ານສະບຽງອາຫານແລະພະລັງງານ ແລະຫົວຂໍ້ອື່ນໆຢ່າງເປັນຈຸດໜັກ, ໂດຍເຫັນວ່າ: ຄວນເສີມຂະຫຍາຍບົດບາດສຳຄັນຂອງ G20, ເພີ່ມທະວີລັດທິຫຼາຍຝ່າຍແລະຄວາມໄວ້ເນື້ອເຊື່ອໃຈກັນ, ຮັບມືກັບສິ່ງທ້າທາຍທີ່ຂ້ຽວຂາດ, ປ້ອງກັນບໍ່ໃຫ້ໂລກແຕກແຍກກັນ.