ຈີນກ່າວວ່າ: ບໍ່ວ່າສະຖານະການອັງກິດຈະປ່ຽນແປງແນວໃດ ຫວັງວ່າຝ່າຍອັງກິດສາມາດຫັນໜ້າເຂົ້າຫາກັນກັບຝ່າຍຈີນ

2022-07-09 15:21:44 cri

      ວັນທີ 8 ກໍລະກົດນີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມກ່ຽວກັບ ທ່ານໂບຣີສ ຈອນສັນ ນາຍົກລັດຖະມົນຕີອັງກິດລາອອກຈາກຕຳແໜ່ງປະທານພັກອະນຸລັກນິຍົມວ່າ: ນີ້ແມ່ນວຽກງານພາຍໃນຂອງອັງກິດ. ບໍ່ວ່າສະຖານະການການເມືອງອັງກິດຈະປ່ຽນແປງແນວໃດ, ຈີນລ້ວນແຕ່ຫວັງວ່າຝ່າຍອັງກິດສາມາດມີວິໄສທັດຍາວໄກແລະປະຕິບັດຕາມສະຖານະການໃນປັດຈຸບັນ,ຫັນໜ້າເຂົ້າຫາກັນກັບຈີນ,ຊຸກຍູ້ການພົວພັນສອງຝ່າຍໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງແລະໝັ້ນທ່ຽງ.