ຈີນເຜີຍແຜ່ປື້ມປົກຂາວກ່ຽວກັບການພັດທະນາເສດຖະກິດດິຈີຕອນຂອງຈີນ 2022

2022-07-09 12:45:15 CRI


     ວັນທີ 8 ກໍລະກົດປີ 2022 ນີ້, ສະຖາບັນຄົ້ນຄວ້າຂໍ້ມູນຂ່າວສານແລະໂທລະຄົມຈີນໄດ້ເຜີຍແຜ່ປື້ມປົກຂາວກ່ຽວກັບການພັດທະນາເສດຖະກິດດິຈີຕອນຂອງຈີນ 2022. ປື້ມປົກຂາວເຫຼັ້ມນີ້ສະແດງໃຫ້ເຫັນວ່າ: ການຫັນອຸດສາຫະກຳເປັນແບບດິຈີຕອນໄດ້ກວມຫຼາຍກວ່າ 80% ໃນເສດຖະກິດດິຈີຕອນຂອງຈີນ, ອົງປະກອບເສດຖະກິດດິຈີຕອນຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຕື່ມອີກ..


     ປື້ມປົກຂາວຍັງສະແດງໃຫ້ເຫັນວ່າ: ນັບແຕ່ປີ 2012 ເປັນຕົ້ນມາ, ຈັງຫວະການເຕີບໂຕຂອງເສດຖະກິດດິຈີຕອນຈີນໄດ້ບັນລຸ 15,9% ຕໍ່ປີ, ສູງກວ່າຈັງຫວະການເຕີບໂຕຕໍ່ປີຂອງ GDP ໃນໄລຍະດຽວກັນຢ່າງເດັ່ນຊັດ. ພາຍໃຕ້ການຊຸກຍູ້ຂອງຍຸດທະສາດບຣອດບານຈີນ ຫຼື Broadband China, ເຕັກນິກ 5G ແລະອິນເຕີເນັດອຸດສາຫະກຳ, ປີ 2021, ຂະໜາດເສດຖະກິດດິຈີຕອນຂອງຈີນໄດ້ບັນລຸ 45.500 ຕື້ຢວນ, ເພີ່ມຂຶ້ນ 16,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການຫັນອຸດສາຫະກຳເປັນແບບດິຈີຕອນໄດ້ກາຍເປັນແຮງຍູ້ໜູນຂອງການພັດທະນາເສດຖະກິດດິຈີຕອນ. ຜູ້ຊ່ຽວຊານຊີ້ໃຫ້ເຫັນວ່າ: ແຕ່ກ່ອນ, ການພັດທະນາເສດຖະກິດດິຈີຕອນຂອງຈີນແມ່ນຖືອິນເຕີເນັດບໍລິໂພກເປັນຕົ້ນຕໍ ເຊິ່ງມີການຄ້າເອເລັກໂຕຣນິກເປັນຕົວແທນ, ໃນຊຸມປີມໍ່ໆມານີ້, ອິນເຕີເນັດອຸດສາຫະກຳໄດ້ເສີມຂະຫຍາຍບົດບາດນັບມື້ນັບພົ້ນເດັ່ນຂຶ້ນໃນການຊຸກຍູ້ການພັດທະນາຂອງເສດຖະກິດດິຈີຕອນ.