ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດກຸ່ມ G20 ຮຽກຮ້ອງໃຫ້ເພີ່ມທະວີລັດທິຫຼາຍຝ່າຍແລະຮັບປະກັນການຟື້ນຟູຕ່ອງໂສ້ການສະໜອງສະບຽງອາຫານ

2022-07-09 15:23:53 cri

      ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ G20 ທີ່ໄດ້ດຳເນີນມາເປັນເວລາ 2 ວັນໄດ້ອັດລົງຢູ່ເກາະບາຫຼີຂອງອິນໂດເນເຊຍ. ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມໄດ້ຮຽກຮ້ອງໃຫ້ປະຊາຄົມໂລກດຳເນີນການເຄື່ອນໄຫວຢ່າງເປັນເອກະພາບກັນ,ເພີ່ມທະວີລັດທິຫຼາຍຝ່າຍ,ເພື່ອຮັບປະກັນການຟື້ນຟູຕ່ອງໂສ້ການສະໜອງສະບຽງອາຫານ.

      ທ່ານ ເຣັດໂນ ມາຊຸດີ ລັດຖະມົນຕີກະຊວງການຕ່າງປະເທດດອິນໂດເນເຊຍໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງກອງປະຊຸມຄັ້ງນີ້ວ່າ: ເຈົ້າໜ້າທີ່ທີ່ເຂົ້າຮ່ວມກອງປະຊຸມໄດ້ມີຄວາມເຫັນເປັນເອກະພາບກັນວ່າ: ລັດທິຫຼາຍຝ່າຍຍັງແມ່ນວິທີທີ່ດີທີ່ສຸດໃນການແກ້ໄຂສິ່ງທ້າທາຍຂອງໂລກ, ທົ່ວໂລກຕ້ອງການເພີ່ມທະວີລັດທິຫຼາຍຝ່າຍໂດຍດ່ວນ. ຄວາມມຸ່ງມາດປາຖະໜາທາງການເມືອງແລະການປະສານງານການຮ່ວມມືສາກົນມີຄວາມສຳຄັນທີ່ສຸດຕໍ່ການຮັບປະກັນລັດທິຫຼາຍຝ່າຍໃຫ້ປະສົບຜົນສຳເລັດ.

      ທ່ານ ເຣັດໂນ ມາຊຸດີ ກ່າວວ່າ: ລັດຖະມົນຕີການຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມລ້ວນແຕ່ໄດ້ເອົາໃຈໃສ່ທີ່ສຸດນຳລາຄາອາຫານແລະພະລັງງານທີ່ນັບມື້ນັບສູງຂຶ້ນ,ເພາະວ່ານີ້ຈະກະທົບເຖິງການຟື້ນຟູຂອງໂລກ. ໃນນັ້ນ, ປະເທດພວມພັດທະນາໄດ້ຮັບຜົນກະທົບຫຼາຍທີ່ສຸດ, ໂດຍສະເພາະແມ່ນປະເທດທີ່ມີລາຍຮັບລະດັບຕ່ຳແລະປະເທດພວມພັດທະນາເກາະດອນນ້ອຍ.ໂລກຕ້ອງແກ້ໄຂບັນຫາຕ່ອງໂສ້ການສະໜອງສະບຽງອາຫານຖືກຕັດຂາດໂດຍດ່ວນ. ການທີ່ຈັດເອົາສະບຽງອາຫານແລະຝຸ່ນຂອງອູແກຣນແລະຣັດເຊຍເຂົ້າໃນຕະຫຼາດສາກົນຄືນໃໝ່ນັ້ນມີຄວາມສຳຄັນທີ່ສຸດ.