ຈັດກອງປະຊຸມເວທີປຶກສາຫາລືການຮ່ວມມືເສດຖະກິດບໍລິເວນອ່າວເປີຍປູ້ຄັ້ງທີ 12 ຢູ່ນະຄອນນານນິງເຂດກວາງຊີຂອງຈີນ

2022-07-09 15:27:28 cri

ກອງປະຊຸມເວທີປຶກສາຫາລືການຮ່ວມມືເສດຖະກິດບໍລິເວນອ່າວເປີຍປູ້ຄັ້ງທີ 12 ກໍຄືກອງປະຊຸມເວທີປຶກສາຫາລືການຮ່ວມມືທ່າກຳປັ່ນລະດັບສາກົນອ່າວເປີຍປູ້ 2022 ໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນໃນວັນທີ 8 ກໍລະກົດນີ້. ວິສາຫະກດຂອງຈີນແລະວິສາຫະກິດຂອງສິງກະໂປ,ບຣູໄນແລະປະເທດອື່ນໆໄດ້ຮ່ວມກັນເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກ່ຽວພັນເຖິງຫຼາຍຂົງເຂດເຊັ່ນ: ການເຊື່ອມໂຍງເຊື່ອມຈອດກັນ,ການຈໍລະຈອນສິນຄ້າຢູ່ທ່າກຳປັ່ນ,ຕ່ອງໂສ້ການຜະລິດແລະຂົງເຂດອື່ນໆ, ພ້ອມທັງໄດ້ເປີດເຜີຍໝາກຜົນການເປີດເສັ້ນທາງທາງບົກ,ທາງທະເລແລະທາງອາກາດຫຼາຍສະບັບ.

      ເວທີປຶກສາຫາລືຄັ້ງນີ້ໄດ້ຈັດຂຶ້ນຜ່ານທາງອອນລາຍແລະອອຟລາຍໂດຍພາຍໃຕ້ຫົວຂໍ້ “ຮ່ວມກັນຊົມໃຊ້ກາລະໂອກາດໃໝ່ຂອງສັນຍາ RCEP, ຮ່ວມກັນສ້າງເສັ້ນທາງໃໝ່ທາງບົກແລະທາງທະເລ  ສ້າງອະນາຄົດໃໝ່ແບບຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນຢູ່ບໍລິເວນອ່າວເປີຍປູ້”. ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບເນື້ອໃນຫົວຂໍ້ຕ່າງໆເຊັ່ນ: ກຳແໜ້ນກາລະໂອກາດໃນການປະຕິບັດສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼືອາເຊັບທີ່ເລີ່ມມີຜົນບັງຄັບໃຊ້,ປັບປຸງຕ່ອງໂສ້ການຜະລິດໃຫ້ສົມບູນຂຶ້ນ,ຍົກລະດັບຕ່ອງໂສ້ການສະໜອງໃຫ້ສູງຂຶ້ນແລະປັບປຸງຕ່ອງໂສ້ຄຸນຄ່າໃຫ້ດີຂຶ້ນ, ເຊື່ອມໂຍງເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ສ້າງທ່າກຳປັ່ນລະດັບສາກົນແລະທ່າກຳປັ່ນຊຸມທາງທະເລສາກົນຂອງບໍລິເວນອ່າວເປີຍປູ້ແລະອື່ນໆ.