ເລຂາທິການໃຫຍ່ສປຊຮຽກຮ້ອງໃຫ້ໃຊ້ການເຄື່ອນໄຫວຫຼາຍຝ່າຍແບບສຸກເສີນໃນ 3 ຂົງເຂດໃຫຍ່

2022-07-10 17:32:02 cri

   ວັນທີ 8 ກໍລະກົດນີ້, ທ່ານ ອັນໂຕນີໂອ ກູເຕິເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວປາໄສທາງວິດີໂອໃນກອງປະຊຸມລັດຖະມົນຕີການຕ່າງປະເທດG20ທີ່ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍໂດຍຊີ້ອອກວ່າ: ປະຊາຄົມໂລກຄວນໃຊ້ການເຄື່ອນໄຫວຫຼາຍຝ່າຍແບບສຸກເສີນໃນ3ຂົງເຂດໃຫຍ່ ຄື ວິກິດການດ້ານດິນຟ້າອາກາດ, ວິກິດການດ້ານທັນຍາຫານ,ພະລັງງານແລະການທະນາຄານ ແລະບັນຫາຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19 ຢ່າງບໍ່ສະເໝີພາບ.

   ທ່ານກູເຕິເຣັສກ່າວເນັ້ນໜັກວ່າ: ການເພີ່ມທະວີການຮ່ວມມືກັນລະຫວ່າງບັນດາປະເທດແມ່ນເສັ້ນທາງແບບຍືນຍົງພຽງເສັ້ນດຽວໃນການສ້າງໂລກທີ່ສັນຕິພາບ,ໝັ້ນທ່ຽງແລະຈະເລີນຮຸ່ງເຮືອງ. “ເພີ່ມທະວີລັດທິຫຼາຍຝ່າຍ”ບໍ່ເປັນການຄັດເລືອກຊະນິດໜຶ່ງ, ຫາກເປັນຄວາມຈຳເປັນ.