ຜູ້ປະທ້ວງຂອງສີລັງກາບຸຸກເຂົ້າເຮືອນພັກປະທານາທິບໍດີ ແລະ ທຳນຽບນາຍົກລັດຖະມົນຕີ

2022-07-10 11:57:04 CRI


    ວັນທີ 9 ກໍລະກົດນີ້, ຜູ້ປະທ້ວງຂອງສີລັງກາໄດ້ບຸກເຂົ້າເຮືອນພັກປະທານາທິບໍດີ ບ່ອນເຮັດວຽກຂອງປະທານາທິບໍດີ ແລະທຳນຽບນາຍົກລັດຖະມົນຕີຢູູ່ທີ່ນະຄອນຫຼວງໂກລົມໂປ.


    ມື້ດຽວກັນ, ຜູ້ນຳພັກການເມືອງຕ່າງໆຂອງສີລັງກາໄດ້ຈັດກອງປະຊຸມ ໂດຍຮຽກຮ້ອງໃຫ້ທ່ານໂກຕາບາຢາ ຣາເຈຍປັກຊາ ປະທານາທິບໍດີ ແລະ ທ່ານຣານີວ ວິເກຼເມຊເຮ ນາຍົກລັດຖະມົນຕີລາອອກຈາກຕຳແໜ່ງ, ພ້ອມກັນນັ້ນ ໃຫ້ປະທານລັດຖະສະພາເປັນຜູ້ວ່າການແທນປະທານາທິບໍດີໂດຍອີງຕາມລັດຖະທຳມະນູນ, ເວລາບໍ່ຫຼາຍກວ່າ 30 ວັນ. ພາຍໃນເວລາ 30 ວັນນີ້, ລັດຖະສະພາຈະເລືອກຕັ້ງສະມາຊິກສະພາເປັນປະທານາທິບໍດີ ຈົນເຖິງປະທານາທິບໍດີຊຸດນີ້ໝົດອາຍຸການ, ລັດຖະບານຊົ່ວຄາວຈະໄດ້ຮັບການແຕ່ງຕັ້ງພາຍໃນບໍ່ເທົ່າໃດມື້ຂ້າງຫນ້າ.