ບໍລິສັດເທັສລາອາເມຣິກາຈະຢຸດສັນຍາຈັດຊື້ Twitter ດ້ວຍ44ຕື້ໂດລາ

2022-07-10 17:36:12 cri


ວັນທີ8ກໍລະກົດນີ້,ທ່ານເອລອນ ມາສ CEOຂອງບໍລິສັດເທັລາອາເມຣິກາກ່າວວ່າ: ທ່ານຈະຢຸດສັນຍາຈັດຊື້ Twitter ດ້ວຍ44ຕື້ໂດລາ.

ໃນຈົດໝາຍທີ່ຂຽນໃຫ້ຄະນະກຳມະການຜູ້ອຳນວຍການ Twitter ທ່ານມາສໄດ້ຂຽນໄວ້ວ່າ: ບໍລິສັດ Twitter ບໍ່ໄດ້ປະຕິບັດພັນທະຂອງຕົນໃນສັນຍາ ໂດຍໄດ້ລະເມີດມາດຕາຫຼາຍຂໍ້ຂອງສັນຍາຈັດຊື້ຢ່າງໜັກໜ່ວງ.

ທ່ານບູເຣັດ ໄທເລີ ປະທານຄະນະກຳມະການຜູ້ອຳນວຍການ Twitter ໃຫ້ຄວາມເຫັນຕໍ່ກັບເລື່ອງນີ້ວ່າ: ຄະນະກຳມະການຜູ້ອຳນວຍການມີແຜນຈະປະຕິບັດສັນຍາຄ້າຂາຍດ້ວຍການເຄື່ອນໄຫວຕາມກົດໝາຍ.

   ວົງການຂະແໜງການເຫັນວ່າ: ນອກຈາກຄວາມສົງໃສຕໍ່ອີເມວຂີ້ເຫຍື້ອແລະຜູ້ໃຊ້ປອມຂອງTwitterແລ້ວ,ລາຄາຫຸ້ນຂອງTwitter ໄດ້ຕົກຕ່ຳລົງຢ່າງຫຼວງຫຼາຍນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ ກໍໄດ້ເຮັດໃຫ້ທ່ານມາສຖອນອອກຈາກການຄ້າຂາຍເທື່ອນີ້. ປັດຈຸບັນ, Twitter ມີມູນຄ່າໃນຕະຫຼາດປະມານ28ຕື້100ລ້ານໂດລາ.