ຫົກເດືອນຕົ້ນປີ2022 ໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບການປັບປຸງໃຫ້ໝັ້ນຄົງແລະເສີມຂະຫຍາຍ

2022-07-11 11:49:30 cri



ວັນທີ 11 ກໍລະກົດນີ້,  ອົງການພັດທະນາຊົນນະບົດແຫ່ງຊາດຈີນໄດ້ເຜີຍ ແຜ່ໃຫ້ຮູ້ວ່າ: ໃນຫົກເດືອນຕົ້ນປີ2022ນີ້, ຜ່ານຈາກຄວາມພະຍາຍາມຮ່ວມຂອງ ຝ່າຍຕ່າງໆ, ໝາກຜົນຂອງບັ້ນລຶບລ້າງຄວາມທຸກຍາກໄດ້ຮັບການປັບປຸງ ໃຫ້ໝັ້ນຄົງແລະເສີມຂະຫຍາຍ ເຊິ່ງສາມາດຮັກສາເສັ້ນພື້ນຖານແຫ່ງການ ບໍ່ໃຫ້ເກີດສະພາບການກັບຄືນສູ່ຄວາມທຸກຍາກຢ່າງຂະໜາດໃຫຍ່ໃຫ້ໄດ້ ໂດຍບໍ່ໄດ້ເກີດມີປາກົດການຜູ້ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວກັບຄືນມາທຸກຍາກອີກຢ່າງຂະໜາດໃຫຍ່.

ເພື່ອຮັບມືກັບຜົນກະທົບຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19ທີ່ມີຕໍ່ການປັບປຸງແລະເສີມຂະຫຍາຍໝາກຜົນຂອງບັ້ນລຶບລ້າງຄວາມທຸກ ຍາກ, ອົງການພັດທະນາຊົນນະບົດແຫ່ງຊາດຈີນໄດ້ສ້າງຕັ້ງໜ່ວຍສະເພາະ ກິດເພື່ອຮັບມືກັບຜົນກະທົບຈາກພະຍາດໂຄວິດ-19, ສ້າງຕັ້ງກົນໄກຄຸ້ມຄອງວຽກງານ ເພື່ອຮັບມືກັບສະພາບພະຍາດ, ກົນໄກແຈ້ງສະພາບວຽກງານ, ກົນໄກລາຍງານສະພາບການສຳຄັັນ, ພ້ອມທັງໄດ້ວາງມາດຕະການ 24 ຂໍ້ໂດຍປິ່ນອ້ອມວຽກງານຈຸດສຸມຕ່າງໆເຊັ່ນ: ເພີ່ມທະວີການຕິດຕາມແລະຊ່ວຍເຫຼືອເພື່ອປ້ອງກັນບໍ່ໃຫ້ກັບຄືນສູ່ຄວາມທຸກຍາກ, ຮັກສາຄວາມໝັ້ນທ່ຽງດ້ານຕຳແໜ່ງງານ ແລະການປະກອບອາຊີບ, ຊ່ວຍເຫຼືອທາງດ້ານອຸດສາຫະກຳ, ປະຕິບັດໂຄງການແລະເງິນທຶນລາຍຈ່າຍ, ການຊ່ວຍເຫຼືອທາງສັງຄົມແລະພະນັກງານປະຈຳບ້ານຊ່ວຍລຶບລ້າງຄວາມທຸກຍາກແລະອື່ນໆ.

 ອົງການພັດທະນາຊົນນະບົດແຫ່ງຊາດຈີນໄດ້ບູລະນະແລະຈັດຕັ້ງປະຕິບັດກົນໄກຕິດຕາມແລະຊ່ວຍເຫຼືອຢູ່ທຸກເວລາເພື່ອປ້ອງກັນບໍ່ໃຫ້ກັບຄືນສູ່ຄວາມທຸກຍາກຕື່ມອີກ, ຄົ້ນຄວ້າແລະສ້າງທິດຊີ້ນຳວຽກງານບູລະນະກົນໄກຕິດຕາມ ແລະຊ່ວຍ ເຫຼືອຢູ່ທຸກເວລາເພື່ອປ້ອງກັນບໍ່ໃຫ້ກັບຄືນສູ່ຄວາມທຸກຍາກໃຫ້ສົມບູນຂຶ້ນ,  ຈັດ ຊຸດຝຶກອົບຮົມໃນຫົວຂໍ້ສະເພາະ,  ກຳນົດລະບຽບແບບແຜນຢ່າງລະອຽດ ກ່ຽວກັບນະໂຍບາຍ, ມາດຕະຖານ, ຂັ້ນຕອນປະຕິບັດງານແລະອື່ນໆ. ຈັດຕັ້ງການໂຮມສູນກວດກາວຽກງານປ້ອງກັນບໍ່ໃຫ້ກັບຄືນສູ່ຄວາມທຸກຍາກພາຍໃນຂອບເຂດທົ່ວປະເທດເພື່ອຈັດເອົາຜູ້ທຸຸກຍາກເຂົ້າໃນກຸ່ມຄົນເປົ້າໝາຍທີ່ຕ້ອງຊ່ວຍເຫຼືອແລະໃຫ້ການຊ່ວຍເຫຼືອຕາມທີ່ຄວນ.