ຄາດວ່າ ລາຄາພະລັງງານເພີ່ມສູງຂຶ້ນອາດຈະເຮັດໃຫ້ປະຊາຊົນອັງກິດຫຼາຍລ້ານຄົນຕົກຢູ່ໃນສະພາບຄວາມທຸກຍາກ

2022-07-11 15:11:29 cri


   ຫວ່າງມໍ່ໆນີ້,ໜັງສືພິມເດລີ ໂພສຂອງອັງກິດໄດ້ອ້າງຂໍ້ມູນຈາກບົດລາຍງານ ຜົນການຄາດຄະເນສະບັບໜຶ່ງຂອງບໍລິສັດໃຫ້ຄຳປຶກສາ Cornwall Insight ເຊິ່ງເປັນບໍລິສັດໃຫ້ຄຳປຶກສາດ້ານພະລັງງານຂອງອັງກິດໂດຍລະບຸວ່າ: ຮອດເດືອນພະຈິກປີໜ້າ,ບັນຊີຄ່າພະລັງງານປະຈຳຂອງຄອບຄົວຢູ່ອັງກິດຈະເພີ່ມຈາກ 1.971 ປອນສະເຕລິງໃນປັດຈຸບັນເພີ່ມຂຶ້ນຮອດ 3.364 ປອນ.ນັກວິຊາການເຕືອນວ່າ:ນີ້ອາດຈະເຮັດໃຫ້ອັງກິດມີ“ຫຼາຍລ້ານຄົນຕົກຢູ່ໃນສະພາບຄວາມທຸກຍາກ”.


   ໃນໄລຍະໜຶ່ງມໍ່ໆມານີ້,ຄຽງຄູ່ກັບການປະທະກັນລະຫວ່າງຣັດເຊຍ-ອູແກຣນ ແລະການລົງໂທດຂອງປະເທດຕາເວັນຕົກທີ່ມີຕໍ່ຣັດເຊຍ,ລາຄາພະລັງງານໂລກໄດ້ເພີ່ມສູງຂຶ້ນເລື້ອຍໆ,ສ່ວນນອກແວທີ່ສົ່ງອາຍແກັສທຳມະຊາດໃຫ້ອັງກິດກໍ່ໄດ້ເກີດເຫດການກຳມະກອນບໍ່ນ້ຳມັນແລະແກັສທຳມະຊາດນັດຢຸດງານໃນໄລຍະມໍ່ໆນີ້,ສືບຕໍ່ຊຸກຍູ້ໃຫ້ຕົ້ນທຶນຂອງພະລັງງານຢູ່ອັງກິດເພີ່ມສູງຂຶ້ນ. ສະນັ້ນ,ບໍລິສັດໃຫ້ຄຳປຶກສາດ້ານພະລັງງານຂອງອັງກິດໄດ້ຄາດຄະເນວ່າ:“ເພດານຄ່າໃຊ້ຈ່າຍດ້ານພະລັງງານຂອງຄອບຄົວຢູ່ອັງກິດ”ອາດຈະປັບຕົວສູງຂຶ້ນເລື້ອຍໆ,ຄາດວ່າ,ຮອດເດືອນຕຸລາປີນີ້,ຕົວເລກດັ່ງກ່າວຈະເພີ່ມຂຶ້ນຮອດ 3245 ປອນສະເຕລິງ, ເດືອນມັງກອນປີໜ້າອາດຈະສູງຂຶ້ນຮອດ 3364 ປອນສະເຕລິງ.ນັກວິຊາການກ່າວວ່່າ: ເນື່ອງຈາກລາຍຈ່າຍດ້ານພະລັງງານໃນຄອບຄົວອາດຈະເພີ່ມຂຶ້ນເປັນຈຳນວນຫຼາຍ,ປະຊາຊົນອັງກິດຈະໄດ້ຕ້ອນຮັບລະດູໜາວທີ່“ມີລາຄາແພງທີ່ສຸດ”ຈົນເຮັດໃຫ້ປະຊາຊົນອັງກິດຫຼາຍລ້ານຄົນຕົກຢູ່ໃນສະພາບຄວາມທຸກຍາກ.