ປະເທດພວມພັດທະນາເປັນຜູ້ໄດ້ຮັບຜົນຮ້າຍຈາກວິກິດການດ້ານພະລັງງານເອີຣົບ

2022-07-11 11:24:44 cri


ຫຼັງຈາກເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນແລ້ວ, ສະຫະພາບເອີຣົບໄດ້ປະຕິບັດການລົງໂທດຣັດເຊຍ 6 ເທື່ອ. ແຕ່ຍ້ອນວ່າຣັດເຊຍແມ່ນປະເທດໃຫຍ່ທີ່ສຸດໃນການສະໜອງອາຍແກັສທຳມະຊາດໃຫ້ກັບສະຫະພາບເອີຣົບ, ຜົນກະທົບຍ້ອນການລົງໂທດຣັດເຊຍເຮັດໃຫ້ປະເທດສະມາຊິກສະຫະພາບເອີຣົບຕົກຢູ່ໃນສະພາບການທີ່ຫຍຸ້ງຍາກ. ປະເທດໃນເອີຣົບໄດ້ຍາດກັນຈັດຊື້ອາຍແກັສທຳມະຊາດຢ່າງຫຼວງຫຼາຍຢູ່ຕະຫຼາດພະລັງງານສາກົນ ເຊິ່ງໄດ້ເຮັດໃຫ້ລາຄາຂອງອາຍແກັສທຳມະຊາດໃນຕະຫຼາດສາກົນເພີ່ມສູງຂຶ້ນຢ່າງວ່ອງໄວ. ສື່ມວນຊົນລາຍງານ ວ່າ: ຈາກສິ່ງນີ້ໄດ້ເຮັດໃຫ້ປະເທດພວມພັດທະນາຈຳນວນໜຶ່ງບໍ່ມີຄວາມສາມາດໃນການຈັດຊື້ອາຍແກັສທຳມະຊາດ, ຜົນກະທົບລຽນຕິດຍ້ອນການຂາດເຂີນພະລັງງານພວມຂະຫຍາຍຕົວກວ້າງອອກໃນທົ່ວໂລກຢ່າງບໍ່ຢຸດຢັ້ງ.

ນັກວິເຄາະເຫັນວ່າ: ໃນໄລຍະການສະໜອງພະລັງງານມີຄວາມເຄັ່ງຕຶງ, ປະເທດພວມພັດທະນາຈະບໍ່ມີຄວາມສາມາດໃນການແຂ່ງຂັນຈັດຊື້ພະລັງງານກັບປະເທດໃນເອີຣົບ, ມີແຕ່ຖືກບັງຄັບໃຫ້ຮັບມືກັບສະພາບການທີ່ບໍ່ມີພະລັງງານນຳໃຊ້. ວັນທີ 8 ກໍລະກົດນີ້, ທ່ານວລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ການທີ່ປະເທດໃນເອີຣົບທົດລອງການທົດແທນພະລັງງານຂອງຣັດເຊຍໄດ້ສ້າງຜົນກະທົບຕາມມາດັ່ງທີ່ຄາດໝາຍໄວ້ ຄື: ລາຄາຂອງອາຍແກັສທຳມະຊາດເພີ່ມສູງຂຶ້ນ ແລະຜູ້ບໍລິໂພກຂັ້ນສຸດທ້າຍຕ້ອງເພີ່ມຕົ້ນທຶນໃນການນຳໃຊ້ພະລັງງານ. ຖ້າວ່າການລົງໂທດຂອງປະເທດຕາເວັນຕົກຕໍ່ຣັດເຊຍຍັງສືບຕໍ່ໄປ, ອາດຈະເຮັດໃຫ້ຕະຫຼາດພະລັງງານໂລກເກີດມີຜົນຮ້າຍລັກສະນະເປັນໄພພິບັດ.