ການພັດທະນາພະລັງງານໝູນວຽນຂອງຈີນໄດ້ບັນລຸການພັດທະນາແບບກ້າວກະໂດດ

2022-07-11 14:44:20 CRI


ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ພະລັງງານໝູນວຽນຂອງຈີນທີ່ຖືໄຟຟ້ານ້ຳຕົກ, ການຜະລິດໄຟຟ້າດ້ວຍພະລັງງານລົມ, ການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນເປັນຕົວແທນນັ້ນໄດ້ບັນລຸການພັດທະນາແບບກ້າວກະໂດດ, ປະລິມານກຳລັງການຜະລິດແມ່ນເປັນອັນດັບໜຶ່ງຂອງໂລກ, ອັດຕາສ່ວນໃນປະລິມານການຜະລິດໄຟຟ້າໄດ້ເພີ່ມຂຶິ້ນຢ່າງໜັກແໜ້ນ, ປະສິດທິຜົນແຫ່ງການປັບປຸງໂຄງປະກອບດ້ານພະລັງງານ ແລະ ຫຼຸດຜ່ອນການລະບາຍກາກບອນດີອົກຊິດໄດ້ພົ້ນເດັ່ນອອກເທື່ອລະກ້າວ.

 



ນັບແຕ່ເດືອນມັງກອນ ຫາເດືອນພຶດສະພາປີ 2022 ນີ້, ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນທີ່ເພີ່ມຂຶ້ນໃໝ່ໃນທົ່ວປະເທດຈີນມີເຖິງ43,49 ລ້ານກິໂລວັດ, ກວມເອົາ 82,1%ຂອງຈຳນວນເຄື່ອງຈັກຜະລິດໄຟຟ້າທີ່ເພີ່ມຂຶ້ນໃໝ່ໃນທົ່ວປະເທດ, ພະລັງງານໝູນວຽນໄດ້ກວມສ່ວນໃຫຍ່ໃນ ເຄື່ອງຈັກຜະລິດໄຟຟ້າທີ່ເພີ່ມຂຶ້ນໃໝ່. ເມື່ອ 10 ປີກ່ອນ, ການຜະລິດໄຟຟ້າດ້ວຍພະລັງງານໝູນວຽນຂອງຈີນແມ່ນກວມພຽງແຕ່ 2,7%, ໃນໂຄງປະກອບດ້ານພະລັງງານທີ່ຖືຖ່ານຫີນເປັນຫຼັກ, ປະສິດທິພາບຂອງພະລັງງານອ່າວຕ່ຳ, ໃນຂະນະທີ່ໄດ້ຄ້ຳຊູເສດຖະກິດຈີນພັດທະນາໄປຢ່າງວ່ອງໄວນັ້ນ, ກໍໄດ້ເກີດມີບັນຫາທີ່ການຜະລິດ ແລະ ການບໍລິໂພກພະລັງງານໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ສິ່ງແວດລ້ອມນິເວດ, ແລະບັນຫາອື່ນໆ.

 

ໃນກອງປະຊຸມຄັ້ງທີ 6 ຂອງໜ່ວຍງານຊີ້ນຳວຽກງານເສດຖະກິດການເງິນ ຂັ້ນສູນກາງເມື່ອເດືອນມິຖຸນາປີ 2014, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຍຸດທະສາດໃໝ່ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານຢ່າງມີຫົວຄິດປະດິດສ້າງ, ຊີ້ນຳ ແລະ ຊຸກຍູ້ການປະຕິຮູບດ້ານການບໍລິໂພກພະລັງງານ, ການປະຕິຮູບດ້ານການສະໜອງພະລັງງານ, ການປະຕິຮູບດ້ານເຕັກນິກພະລັງງານ, ແລະ ການປະຕິຮູບໂຄງປະກອບພະລັງງານ, ເພີ່ມທະວີການຮ່ວມມືສາກົນຢ່າງຮອບດ້ານ, ອອກແຮງສ້າງລະບົບພະລັງງານທີ່ສະອາດ ກາກບອນຕ່ຳ ປອດໄພ ແລະ ມີປະສິດທິຜົນສູງ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ຈີນໄດ້ປະກາດໃຊ້ແຜນການ ແລະ ນະໂຍບາຍສຳຄັນຕ່າງໆໃນຂົງເຂດພະລັງງານ, ເຊິ່ງໄດ້ກາຍເປັນລະບົບແຜນຍຸດທະສາດທີ່ຊຸກຍູ້ການປະຕິຮູບດ້ານພະລັງງານ. ພ້ອມກັນນັ້ນ, ຍັງໄດ້ລົງເລິກຊຸກຍູ້ການປະຕິຮູບໂຄງປະກອບດ້ານພະລັງງານໄຟຟ້າ ນ້ຳມັນ ແລະອາຍແກັສທຳມະຊາດ, ໂດຍສະເພາະແມ່ນຕັ້ງໜ້າພັດທະນາອຸດສາຫະກຳພະລັງງານໃໝ່ທີ່ມີລັກສະນະຍຸດທະສາດ, ໄດ້ກຳນົດ 15 ທິດທາງສຳຄັນໃນການປະດິດສ້າງໃໝ່ຂອງວິທະຍາສາດເຕັກນິກດ້ານພະລັງງານ.

 

ໃນ 10 ປີທີ່ຜ່ານມາ, ພະລັງງານໝູນວຽນໄດ້ປະກອບສ່ວນເຂົ້າໃນການສ້າງຄວາມສິວິໄລດ້ານນິເວດຂອງຈີນ. ປີ 2021 ພຽງປີດຽວ, ຂະໜາດການນຳໃຊ້ພະລັງງານໝູນວຽນເທົ່າກັບຖ່ານຫີນມາດຕະຖານ 753 ລ້ານໂຕນ, ໄດ້ຫຼຸດການລະບາຍກາກບອນດີອົກຊິດ 2ຕື້ 70ລ້ານໂຕນ, ຫຼຸດການລະບາຍຊຸນເຟີດີອົກຊິດ 4 ແສນໂຕນ, ແລະ ສານນີໂຕຣເຈນອົກຊິດ 450000 ໂຕນ.