ແຈ້ງການກ່ຽວກັບວັນການເດີນທະເລຂອງຈີນປີ 2022 ໄດ້ປະກາດຢ່າງເປັນທາງການ

2022-07-11 15:02:07 cri


ມື້ນີ້ແມ່ນວັນທີ 11 ກໍລະກົດເຊິ່ງແມ່ນວັນການເດີນທະເລຂອງຈີນຄັ້ງທີ 18,ທັງແມ່ນວັນຈັດຕັ້ງປະຕິບັດ "ວັນວຽກງານທາງທະເລຂອງໂລກ"ຢູ່ຈີນ,ແຈ້ງການວັນເດີນທະເລຂອງຈີນປີ 2022 ໄດ້ປະກາດຢ່າງເປັນທາງການ.


ຫົວຂໍ້ຂອງວັນເດີນທະເລຂອງຈີນປະຈຳປີນີ້ແມ່ນ "ນຳພາທ່າອ່ຽງໃໝ່ ຂອງການເດີນທະເລແບບສີຂຽວ ກາກບອນຕ່ຳແລະອັດສະລິຍະ",ສັບປະດາກິດຈະກຳວັນການເດີນທະເລຂອງຈີນໄດ້ເລີ່ມຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 11 ກໍລະກົດນີ້,ຄະນະກຳມະການວຽກງານຈັດຕັ້ງກິດຈະກຳວັນການເດີນທະເລຂອງຈີນໄດ້ປະກາດແຈ້ງການວັນການເດີນທະເລຂອງຈີນປີ 2022,ທ້ອງຖິ່ນຕ່າງໆທົ່ວປະເທດຈີນໄດ້ຈັດກິດຈະກຳວັນການເດີນທະເລທີ່ມີເນື້ອໃນອຸດົມສົມບູນດ້ວຍຮູບແບບຕ່າງໆໂດຍມີຈຸດປະສົງເພື່ອຊຸກຍູ້ພາລະກິດການເດີນທະເລແລະວຽກງານທາງທະເລໃຫ້ພັດທະນາຕາມທິດສີຂຽວ ກາກບອນຕ່ຳແລະຍືນຍົງ.


ປະເທດຈີນແມ່ນປະເທດໃຫຍ່ດ້ານການເດີນທະເລແລະດ້ານທະເລ,ໄດ້ກາຍເປັນອົງກອນເສດຖະກິດທີ່ມີລະດັບຄວາມເຊື່ອມຈອດດ້ານການຂົນສົ່ງທາງທະເລທີ່ສູງກວ່່າໝູ່ແລະມີມູນຄ່າການຄ້າສິນຄ້າຫຼາຍກວ່າໝູ່ຢູ່ໃນໂລກ,ໄດ້ປະສົບຄວາມສຳເລັດໃນການສ້າງກຸ່ມທ່າກຳປັ່ນລະດັບໂລກເຊິ່ງການຂົນສົ່ງທາງທະເລໄດ້ແບກຫາບປະລິມານຂົນສົ່ງສິນຄ້າໃນດ້ານການຄ້າສາກົນຂອງຈີນປະມານ95%,ໄດ້ເສີມຂະຫຍາຍບົດບາດເປັນຂົວຕໍ່ແລະສາຍພານທີ່ສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດການຄ້າຂອງໂລກແລະໃນພາລະກິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.