ຫຸ່ນຍົນສາມາດເຮັດໜ້າທີ່ໃນການບໍລິການໄດ້!

2022-07-11 16:34:12 CRI


 


ກັບເມືອເຮືອນແລ້ວ ກໍມີຜູ້ຄອຍໃຫ້ການບໍລິການ

ຫຸ່ນຍົນສຽວເວີຍທີ່ງາມໆ ສາມາດສາຍຮູບເງົາ ແລະໃຫ້ຄວາມບັນເທິງແກ່ຄອບຄົວໄດ້ຫຼາຍຢ່າງ.



ຫວ່າງມໍ່ໆມານີ້, ບໍລິສັດ“ເໝີຍດີ້”ຂອງຈີນໄດ້ເຜີຍແຜ່ຍີ່ຫໍ້ຫຸ່ນຍົນທີ່ຮັບໃຊ້ໃນຄອບຄົວ“WISHUG” ແລະໄດ້ຜະລິດຫຸ່ນຍົນລຸ້ນທຳອິດທີ່ຮັບໃຊ້ໃນຄອບຄົວ ຄື ສຽວເວີຍ ເຊິ່ງມີບົດບາດຄືຜູ້ຮັບໃຊ້, ໃຫ້ຄວາມຊ່ວຍເຫຼືອ, ເປັນຜູ້ເບິ່ງແຍງແລຮັກສາເຮືອນ, ເປັນເພື່ອນຮ່ວມຫຼິ້ນ ແລະອື່ນໆ. ຖ້າວ່າຫຸ່ນຍົນໄດ້ຮັບຮູ້ວ່າ ເຈົ້າຂອງຈະກັບມາ, ມັນສາມາດເປີດໄຟ, ເປີດແອ, ປັບອຸນຫະພູມໄວ້ລ່ວງໜ້າ ແລະຮັບໃຊ້ຄອບຄົວແບບອັດສະລິຍະແລະເປັນເຈົ້າການໄດ້ຢ່າງສະດວກສະບາຍ. ນອກນີ້, ທ່ານຍັງສາມາດໃຊ້ມືຖືຄວບຄຸມຫຸ່ນຍົນໃນທຸກເວລາແລະຢູ່ຕາມທຸກສະຖານທີ່ໄດ້, ໃຫ້ມັນລາດຕະເວນຢູ່ທຸກບ່ອນໃນເຮືອນ, ເພື່ອກວດເບິ່ງເຮືອນຂອງຕົນຈາກທາງໄກໄດ້.



ຫຸ່ນຍົນທີ່ເຮັດໜ້າທີ່ຜ່າຕັດ ແລະສົ່ງຢາຢູ່ໂຮງໝໍ

 


ຫຸ່ນນຳທາງທີ່ໃຊ້ໃນການແພດແບບອັດສະລິຍະສາມາດຕ້ອນຮັບຄົນເຈັບແທນພະນັກງານການແພດຢູ່ຫໍໃຫຍ່ຮັບຄົນເຈັບໄດ້, ແລະສາມາດສອບຖາມຄົນເຈັບຕາມຄຳຖາມທີ່ກຳນົດໄວ້ ເຊັ່ນ: ມີອາການເປັນໄຂ້, ໄອ, ອ່ອນເພຍຫຼືບໍ, ລ້ວຫຸ່ນຈະສາມາດພາຄົນເຈັບໄປປ່ອງຢ້ຽມຈົດທະບຽນການປິ່ນປົວຢ່າງຖືກຕ້ອງ ເພື່ອດຳເນີນການກວດກາແລະບົ່ງມະຕິຢ່າງລະອຽດກວ່າເກົ່າ.

 


ຫຸ່ນຍົນສົ່ງເຄື່ອງແບບອັດສະລິຍະທີ່ໃຊ້ໃນການແພດມີຄວາມສາມາດຫຼາຍດ້ານ ເຊັ່ນ: ການຮັບຮູ້ສະພາບແວດລ້ອມແບບຊານສະຫຼາດ ການແລກປ່ຽນລະຫວ່າງຄົນ ກັບຫຸ່ນ, ການນຳທາງດ້ວຍຕົນເອງ ແລະການຫຼີກເວັ້ນສິ່ງກີດຂວາງແລະອື່ນໆ, ສາມາດນໍາສົ່ງວັດຖຸອຸປະກອນການຜ່າຕັດ, ຢາປິ່ນປົວ, ເສື້ອຜ້າ ແລະຜ້າຫົ່ມຂອງຜູ້ເປັນພະຍາດຕິດແປດ, ອາຫານ ແລະເຄື່ອງຕ່າງໆ, ສາມາດເຮັດໃຫ້ການຕິດຕໍ່ລະຫວ່າງພະຍາບານກັບຄົນເຈັບຫຼຸດໜ້ອຍລົງ, ປ້ອງກັນບໍ່ໃຫ້ພະຍາດແຜ່ລະບາດໄປວົງກວ້າງ.

 

ຫຸ່ນນຳທາງການແພດອັດສະລິຍະທີ່ໄດ້ຮັບການຄົ້ນຄວ້າຜະລິດໂດຍບໍລິສັດຊ້ວງເຈີ

ຫຸ່ນພາກວດພະຍາດດ້ວຍສຽງເວົ້າແບບອັດສະລິຍະຂອງບໍລິດເຄີດ້າຊຸ້ນເຟີ່ຍ

ຫຸ່ນຂ້າເຊື້ອພະຍາດຂອງບໍລິສັດຈຳກັດເຕັກໂນໂລຊີອັດສະລິຍະຢູນເຊິ່ນຂອງຊຽງໄຮ້ ໃນງານວາງສະແດງເຕັກນິກຂາເຂົ້າຂາອອກສາກົນ ຫຼື China(ShangHai)International Technology Fair

ຫຸ່ນກວດພະຍາດ, ຫຸ່ນສົ່ງເຄື່ອງທາງການແພດແບບອັດສະລິຍະໄດ້ຮັບການນຳໃຊ້ຢ່າງກວ້າງຂວາງຢູ່ໂຮງໝໍແຫ່ງຕ່າງໆ

 

 


ຢູ່ຫ້ອງດູແລຜູ້ເຖົ້າ, ມີຫຸ່ນພະຍາບານ

ຫຸ່ນດູແລຜູ້ເຖົ້າຖືກນໍາໃຊ້ເຂົ້າໃນຊີວິດການເປັນຢູ່

 


ຫຸ່ນຍົນສາມາດຕອບສະໜອງຄວາມຕ້ອງການດ້ານຈິດໃຈຂອງຜູ້ເຖົ້າ, ໂດຍສະເພາະແມ່ນຜູ້ທີ່ບໍ່ມີລູກຫຼານຢູ່ນຳກັນ. ນອກຈາກບົດບາດການຢູ່ເປັນເພື່ອນກັນແລ້ວ, ຍັງໄດ້ແບກຫາບໜ້າທີ່ຮັກສາສຸຂະພາບ ແລະຊ່ວຍເຫຼືອໃນດ້ານຊີວິດການເປັນຢູ່ໄດ້ສ່ວນໜຶ່ງ ເຊັ່ນ ເຕືອນເວລາກິນຢາ, ຊີວິດການເປັນຢູ່ພາຍໃນເຮືອນແບບຊານສະຫຼາດ ແລະບົດບາດອື່ນໆ.

 


ອອກໄປທ່ຽວ ກໍມີຫຸ່ນນຳທ່ຽວ ແລະຫຸ່ນເຝົ້າຍາມ

 

ຫຸ່ນຍົນໄດ້ປ່ຽນແປງຮູບແບບການທ່ອງທ່ຽວ, ການອອກເດີນທາງແບບດັ້ງເດີມ, ຫຸ່ນຍົນທີ່ສາມາດນຳທ່ຽວແລະຕ້ອນຮັບແຂກໄດ້ສ້າງບັນຍາກາດໃໝ່ອ່ຽມບໍ່ໜ້ອຍ.

 

ຫຸ່ນຍົນທີ່ຜະລິດໂດຍບໍລິສັດກົວເຊີນທີ່ເປັນຍີ່ຫໍ້ຂອງຈີນ, ສາມາດນຳໃຊ້ເຂົ້າໃນການຕ້ອນຮັບແຂກ, ການເຝົ້າຍາມ, ຮ້ານຄ້າທີ່ບໍ່ມີຄົນຄອຍບໍລິການ, ແຫຼ່ງທ່ອງທ່ຽວແລະອື່ນໆ.

ຢູ່ໃນສະຖານີລົດໄຟໃຕ້ດິນນະຄອນຫຼວງປັກກິ່ງ, ຫຸ່ນຍົນອັດສະລິຍະຖືກນໍາໃຊ້ເຂົ້າໃນ “ການປະຕິບັດງານ”ຢ່າງເປັນທາງການ, ສະໜອງການບໍລິກາສອບຖາມ, ການນຳທາງ, ການເຕືອນເວລາແລ່ນລົດ ແລະການບໍລິການແບບອັດສະລິຍະອື່ນໆ.

ຢູ່ແຂວງຈ່ຽງຊູ່ຈີນ, ເດັກນ້ອຍຮ່ວມກັນກັບພໍ່ແມ່ເຂົ້າທ່ຽວຊົມຫໍວິທະຍາສາດເຕັກໂນໂລຊີໂດຍມີຫຸ່ນຍົນນໍາທ່ຽວຕິດຕາມ