ຈີນຫວັງໃຫ້ຍີ່ປຸ່ນຈົ່ງຖອດຖອນບົດຮຽນດ້ານລົບໃນປະຫວັດສາດຢ່າງຕັ້ງໜ້າ

2022-07-12 12:07:20 cri


 ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 11 ກໍລະກົດນີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກວ່າ:ຈີນຫວັງໃຫ້ຍີ່ປຸ່ນຈົ່ງຖອດຖອນບົດຮຽນດ້ານລົບໃນປະຫວັດສາດຢ່າງຕັ້ງໜ້າເພື່ອໄດ້ຮັບຄວາມໄວ້ວາງໃຈຈາກປະເທດໄກ້ຄຽງຢູ່ອາຊີແລະປະຊາຄົມໂລກ.


ມີລາຍງານຂ່າວລະບຸວ່າ:ສະຫະພັນຄອງອຳນາດຍີ່ປຸ່ນໄດ້ຮັບໄຊຊະນະໃນການເລືອກຕັ້ງສະພາສູງ,ອິດທິກຳລັງປັບປຸງລັດຖະທຳມະນູນໄດ້ຮັບທີ່ນັ່ງຫຼາຍກວ່າສອງສ່ວນສາມໃນສະພາ.ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ,ທ່ານວ່າງເວີນປິ່ນໄດ້ສະແດງທ່າທີຕໍ່ກໍລະນີດັ່ງກ່າວໂດຍທ່ານກ່າວວ່າ:


"ຈີນຍິນດີຮ່ວມກັບຍີ່ປຸ່ນ,ກຳນົດຫຼັກການຕ່າງໆໂດຍອີງຕາມເອກະສານທາງການເມືອງ 4 ສະບັບລະຫວ່າງຈີນ-ຍີ່ປຸ່ນເພື່ອສືບຕໍ່ພັດທະນາສາຍພົວພັນມິດຕະພາບແລະຮ່ວມມືກັນຖານບ້ານໄກ້ເຮືອນຄຽງລະຫວ່າງສອງປະເທດ.ເນື່ອງຈາກສາເຫດທາງປະຫວັດສາດ,ບັນຫາກ່ຽວກັບຍີ່ປຸ່ນປັບປຸງລັດຖະທຳມະນູນໄດ້ຮັບຄວາມເອົາໃຈໃສ່ເປັນຢ່າງສູງຈາກປະຊາຄົມໂລກແລະປະເທດໄກ້ຄຽງຢູ່ອາຊີ,ພວກເຮົາຫວັງໃຫ້ຍີ່ປຸ່ນຈົ່ງຖອດຖອນບົດຮຽນດ້ານລົບໃນປະຫວັດສາດຢ່າງຕັ້ງໜ້າ,ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິເພື່ອໄດ້ຮັບຄວາມໄວ້ວາງໃຈຈາກປະເທດໄກ້ຄຽງຢູ່ອາຊີແລະປະຊາຄົມໂລກດ້ວຍການກະທຳຕົວຈິງ."