ທ່ານສີຈິ້ນຜິງຕອບຈົດໝາຍຄືນໃຫ້ຊາວໜຸ່ມໄຕ້ຫວັນທີ່ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຊາວໜຸ່ມສອງຝັ່ງຊ່ອງແຄບໄຕ້ຫວັນ

2022-07-12 15:40:53 cri

ວັນທີ 11 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການ ສູນກາງພັກກອມມູນິດຈີນໄດ້ຕອບຈົດໝາຍຄືນໃຫ້ຊາວໜຸ່ມທີ່ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືຊາວໜຸ່ມສອງຝັ່ງຊ່ອງແຄບໄຕ້ຫວັນ ໂດຍໄດ້ໃຫ້ກຳລັງໃຈແກ່ຊາວໜຸ່ມ ສອງຝັ່ງຊ່ອງແຄບໄຕ້ຫວັນຮ່ວມກັນບຸກບືນສູ້ຊົນເພື່ອບັນລຸຄວາມໃຝ່ຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.


ເນື້ອໃນຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ເມື່ອໄດ້ຮູ້ວ່າພວກທ່ານໄດ້ ຜູກສາຍສຳພັນກັບແຜ່ນດິນໃຫຍ່ເນື່ອງຈາກກອງປະຊຸມເວທີປຶກສາຫາລືສອງຝັ່ງ ຊ່ອງແຄບໄຕ້ຫວັນແລະສາມາດຊອກເຫັນເວທີສຳລັບບັນລຸຄວາມໃຝ່ຝັນຂອງຕົນຢູ່ແຜ່ນດິນໃຫຍ່, ມີປະສົບການຕົວຈິງກ່ຽວກັບການພັດທະນາແລະການປ່ຽນແປງ ຢ່າງວ່ອງໄວຂອງປະເທດຊາດ, ສຳຜັດໄດ້ເຖິງຄວາມຮັກແພງອັນອົບອຸ່ນລະ ຫວ່າງພີ່ນ້ອງຮ່ວມຊາດຂອງສອງຝັ່ງຊ່ອງແຄບໄຕ້ຫວັນທີ່ສະໜິດສະໜົມກັນແບບຄອບ ຄົວດຽວ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ.

 ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ເມື່ອຊາວໜຸ່ມມີຄວາມຈະເລີນ ປະເທດຊາດ ກໍຈະມີຄວາມຈະເລີນ,  ຊາວໜຸ່ມມີຄວາມເຂັ້ມແຂງ ປະເທດຊາດກໍຈະເຂັ້ມແຂງ. ອະນາຄົດຂອງປະເທດຊາດແລະຊົນຊາດແມ່ນໄດ້ຝາກໄວ້ນຳຊາວໜຸ່ມ. ພວກເຮົາຈະເຮັດຄືທີ່ຜ່ານມາໂດຍສືບຕໍ່ສ້າງເງື່ອນໄຂທີ່ດີໃຫ້ແກ່ຊາວໜຸ່ມສອງຝັ່ງຊ່ອງແຄບໄຕ້ຫວັນເພື່ອຮຽນຮູ້ແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ອຳນວຍ ຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ຊາວໜຸ່ມໄຕ້ຫວັນໃນການຮ່ຳຮຽນ, ການປະ ກອບອາຊີບ, ການສ້າງທຸລະກິດແລະການດຳລົງຊີວິດຢູ່ແຜ່ນດິນໃຫຍ່. ຫວັງວ່າ ພວກທ່ານຈະແບ່ງປັນປະສົບການແລະຄວາມຮູ້ສຶກຂອງຕົນຢູ່ແຜ່ນດິນໃຫຍ່ ໃຫ້ຊາວໜຸ່ມໄຕ້ຫວັນໃຫ້ຫຼາຍກວ່າເກົ່າ ເພື່ອໃຫ້ຊາວໜຸ່ມໄຕ້ຫວັນຮັບຮູ້ແຜ່ນ ດິນໃຫຍ່ຫຼາຍກວ່າເກົ່າ ແລະຮ່ວມແຮງຮ່ວມໃຈກັນກັບຊາວໜຸ່ມແຜ່ນດິນໃຫຍ່ໃນ ການບຸກບືນສູ້ຊົນຢ່າງບໍ່ລົດລະເພື່ອເຮັດໃຫ້ຊີວິດໄວໜຸ່ມຂອງຕົນປະສົບຜົນສຳ ເລັດອັນໂດດເດັ່ນໃນຂະບວນການອັນຍິ່ງໃຫຍ່ແຫ່ງການບັນລຸຄວາມໃຝ່ຝັນຂອງ ຈີນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.