ຄາດວ່າຮອດປີ2035 ເຄືອຂ່າຍທາງຫຼວງລະດັບຊາດຂອງຈີນຈະມີໄລຍະທາງຍາວປະມານ 461.000 ກິໂລແມັດ

2022-07-12 16:18:34 CRI


ວັນທີ 12 ກໍລະກົດນີ້, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງລັດຈີນໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງລັດຈີນ ຮ່ວມກັບກະຊວງຄົມມະນາຄົມ ແລະ ຂົນສົ່ງໄດ້ເຜີຍແຜ່ “ແຜນການພັດທະນາເຄືອຂ່າຍທາງຫຼວງລະດັບຊາດ”, ໂດຍໄດ້ຈັດວາງແຜນການພັດທະນາເຄືອຂ່າຍທາງຫຼວງລະດັບຊາດຮອດປີ 2035, ເຊິ່ງມີໄລຍະທາງທັງໝົດຍາວປະມານ 461.000 ກິໂລແມັດ.

 

ໃນກອງປະຊຸມຖະແຫຼງຂ່າວຂອງ ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງລັດຈີນທີ່ຈັດຂຶ້ນໃນວັນທີ 12 ກໍລະກົດນີ້, ທ່ານເມີ້ງເວີຍ ໂຄສົກ ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງລັດຈີນໃຫ້ຮູ້ວ່າ, ຕາມແຜນການ, ເຄືອຂ່າຍທາງດ່ວນລະດັບຊາດຈະມີໄລຍະທາງທັງໝົດຍາວ 162.000 ກິໂລແມັດ. ສຳລັບເຄືອຂ່າຍທາງຫຼວງທົ່ວໄປ ຈະມີໄລຍະທາງທັງໝົດຍາວປະມານ 299.000 ກິໂລແມັດ.

 

ເພື່ອຊຸກຍູ້ການສ້າງເຄືອຂ່າຍທາງຫຼວງລະດັບຊາດຢ່າງມີຄຸນນະພາບສູງ, ແຜນການດັ່ງກ່າວໄດ້ວາງຄາດໝາຍ 5 ດ້ານ, ເຊິ່ງລວມເຖິງ ການປະຢັດໃນການນຳໃຊ້ຊັບພະຍາກອນ, ຊຸກຍູ້ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ, ເນັ້ນການພັດທະນາຢ່າງມີການປະດິດສ້າງໃໝ່, ເນັ້ນການພັດທະນາໂດຍເຊື່ອມໂຍງກັບອຸດສາຫະກຳ, ແລະຄວບຄຸມຄວາມສ່ຽງດ້ານໜີ້ສິນຂອງອົງການປົກຄອງທ້ອງຖິ່ນຢ່າງເຂັ້ມງວດ.