ສະຫະພາບເອີຣົບຈະປັບຫຼຸດຕົວເລກຄາດໝາຍການເຕີບໂຕຂອງເສດຖະກິດໃນປີນີ້ອີກຄັ້ງໜຶ່ງ

2022-07-12 11:10:30 cri


ຍ້ອນວ່າເສດຖະກິດຂອງສະຫະພາບເອີຣົບໃນປັດຈຸບັນຖືກຈຳກັດຍ້ອນປັດໃຈ ຫຼາຍຢ່າຍທີ່ບໍ່ແນ່ນອນ, ຄະນະກຳມາທິການສະຫະພາບເອີຣົບໄດ້ປະກາດໃນວັນທີ 11 ກໍລະກົດນີ້ວ່າ: ຈະປັບຫຼຸດຕົວເລກຄາດໝາຍການເຕີບໂຕຂອງເສດຖະກິດໃນປີນີ້ອີກຄັ້ງໜຶ່ງ ແລະປັບເພີ່ມຕົວເລກຄາດໝາຍໄພເງິນເຟີ້ໃຫ້ສູງຂຶ້ນຕື່ມອີກ. ເຈົ້າໜ້າທີ່ສະຫະພາບເອີຣົບໄດ້ກ່າວໃນວັນທີ 11 ກໍລະກົດນີ້ວ່າ: ຈັງຫວະການເຕີບໂຕຂອງເສດຖະກິດສະຫະພາບເອີຣົບທີ່ຫຼຸດຕ່ຳລົງ ອາດຈະແກ່ຍາວຕໍ່ໄປອີກຈົນຮອດປີ 2023.

ມື້ດຽວກັນ, ລັດຖະມົນຕີກະຊວງການເງິນຂອງ 19 ປະເທດສະມາຊິກເຂດນຳໃຊ້ເງິນເອີໂຣ ໄດ້ຈັດກອງປະຊຸມຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກ ໂດຍໄດ້ສຸມໃສ່ປຶກສາຫາລືການຟື້ນຟູເສດຖະກິດຂອງເອີຣົບພາຍໃຕ້ສະພາບການໄພເງິນເຟີ້ສູງ ແລະການຊີ້ນຳດ້ານນະໂຍບາຍຕໍ່ປີງົບປະມານ 2023. ຝ່າຍຕ່າງໆໄດ້ເນັ້ນໜັກໃນຖະແຫຼງການຮ່ວມຫຼັງຈາກກອງປະຊຸມວ່າ: ນະໂຍບາຍດ້ານການເງິນຂອງປະເທດຕ່າງໆຄວນຖືການຮັກສາໃຫ້ໜີ້ສິນມີຄວາມຍືນຍົງເປັນເປົ້າໝາຍ, ຫຼີກເວັ້ນການເພີ່ມຄວາມກົດດັນໃຫ້ກັບໄພເງິນເຟີ້ ເພື່ອບັນລຸເປົ້າໝາຍຂອງນະໂຍບາຍເງິນຕາທີ່ຮັກສາຄວາມໝັ້ນທ່ຽງຂອງລາຄາສິນຄ້າໃຫ້ດີ. ນອກນີ້, ທະນາຄານກາງຂອງເອີຣົບຄາດວ່າຈະປະກາດເພີ່ມອັດຕາດອກເບ້ຍເປັນຄັ້ງທຳອິດໃນຮອບ 11 ປີໃນວັນທີ 21 ກໍລະກົດນີ້ ເພື່ອຮັບມືກັບສິ່ງທ້າທາຍຈາກສະພາບໄພເງິນເຟີ້ນຳມາໃຫ້ເຂດນຳໃຊ້ເງິນເອີໂຣກໍຄືທົ່ວເອີຣົບໂດຍໄວ.