ອາເມຣິກາຈະປະຕິບັດຂໍ້ຈຳກັດດ້ານການອອກວີຊາຕໍ່ເຈົ້າໜ້າທີ່ກູບາ 28 ຄົນ

2022-07-12 11:59:28 cri


ຕໍ່ກັບເລື່ອງທີ່ອາເມຣິກາຈະປະຕິບັດຂໍ້ຈຳກັດດ້ານການອອກວີຊາຕໍ່ເຈົ້າໜ້າທີ່ກູບາ 28 ຄົນ,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 11 ກໍລະກົດນີ້ວ່າ:ການທີ່ອາເມຣິກາປະຕິບັດການລົງໂທດແຕ່ຝ່າຍດຽວຕໍ່ເຈົ້າໜ້າທີ່ກູບານັ້ນແມ່ນຂາດຫຼັກການອ້າງອີງຈາກກົດໝາຍສາກົນ,ແມ່ນ"ການທູດແບບບັງຄັບ"ອ້ອຍຕ້ອຍ.


ມີລາຍງານຂ່າວລະບຸວ່າ:ຫວ່າງກ່ອນນີ້ບໍ່ດົນ,ກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການໂດຍກ່າວວ່າ:ອາເມຣິກາຈະປະຕິບັດຂໍ້ຈຳກັດການອອກວີຊາຕໍ່ເຈົ້າໜ້າທີ່ກູບາທີ່ເຂົ້າຮ່ວມການປາບປາມການປະທ້ວງໂດຍສັນຕິເມື່ອວັນທີ 11 ເດືອນກໍລະກົດປີກາຍນີ້ໂດຍຫ້າມບໍ່ໃຫ້ບຸກຄົນທີ່ກ່ຽວຂ້ອງເຂົ້າເມືອງອາເມຣິກາ.



ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ,ທ່ານວ່າງເວີນປິ່ນກ່າວວ່າ:ຈີນເດັດດ່ຽວສະໜັບສະໜູນລັດຖະບານແລະປະຊາຊົນກູບາທີ່ພະຍາຍາມເພື່ອປົກປັກຮັກສາສະຖຽນລະພາບທາງສັງຄົມ.ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານມະຕິດ້ວຍຄະແນນສຽງຖ້ວມທົ້ນ 29 ເທື່ອລຽນຕິດໂດຍຮຽກຮ້ອງໃຫ້ອາເມຣິກາຍຸດຕິການອັດຕັນກູບາດ້ານເສດຖະກິດ ການຄ້າແລະການເງິນ.